ກອງປະຊຸມສາມັນເປີດກວ້າງຄົບຄະນະບໍລິຫານງານສະຫະພັນກໍາມະບານ

    ກອງປະຊຸມສາມັນເປີດກວ້າງຄົບຄະນະບໍລິຫານງານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ສະໄໝທີ VIII ຈັດຂຶ້ນວັນທີ 16 ກຸມພາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ມີບັນດາຄະນະບໍລິຫານງານສະຫະພັນກໍາມະບານ ນວ ປະທານສະຫະພັນກໍາມບະບານພະແນກການ ອົງການທຽບເທົ່າ ເມືອງ ບໍລິສັດອ້ອມຂ້າງ ນວ ແລະ ຜູ້ຕາງໜ້າຈາກຊາວໜຸ່ມ ແລະ ສະຫະພັນແມ່ຍິງ ນວ ເຂົ້າຮ່ວມ.

    ກອງປະຊຸມ ທ່ານນາງ ພູວັນ ເພັດຊົມພູ ຮອງປະທານສະຫະພັນກໍາມະບານ ນວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ນວ ສະໄໝທີ VIII ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ວ່າ: ສະຫະພັນກໍາມະບານ ນວ ມີສະມາຊິກທັງໝົດ 14.035 ຄົນ ຍິງ 7.376 ຄົນ ມີກໍາມະບານຮາກຖານທີ່ຂຶ້ນກັບເມືອງ ພະແນກການທັງໝົດ 305 ຮາກຖານ ໄລຍະຜ່ານມາໄດ້ເພີ່ມທະວີ ໂຄສະນາສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກ ກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ຮັບຮູ້ ເຂົ້າໃຈກໍາແໜ້ນແນວທາງຂອງພັກ ລະບຽບກົດໝາຍຂອງລັດເລິກເຊິ່ງຢ່າງກວ້າງຂວາງ ພ້ອມນັ້ນ ໄດ້ເອົາໃຈໃສ່ຊຸກຍູ້ຫົວໜ່ວຍວິສາຫະກິດ ແລະ ໂຮງຮຽນເອກະຊົນ ເພື່ອເລັ່ງຂະຫຍາຍການຈັດຕັ້ງກໍາມະບານ ເອົາໃຈໃສ່ກວດກາ ປັບປຸງການຈັດຕັ້ງ ກວດກາການຄຸ້ມຄອງນໍາໃຊ້ເງິນບໍາລຸວກໍາມະບານ ເງິນກອງທຶນ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກໍາມະບານລາວ ກົດໝາຍວ່າດ້ວຍແຮງງານ ກວດກາການປະຕິບັດຄ່າແຮງງານຂັ້ນຕໍ່າໃຫ້ສະມາຊິກກໍາມະບານ ກໍາມະກອນ-ຊາວຜູ້ອອກແຮງງານຢ່າງເປັນປົກກະຕິ ນອກນີ້ ໄດ້ຕິດຕາມຊຸກຍູ້ສະຫະພັນກໍາມະບານເມືອງ ພະແນກການ ແລະ ຮາກຖານໃນການປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າສໍາເລັດ 66 ພາກສ່ວນ ສຸມໃສ່ນໍາພາສະມາຊິກກໍາມະບານໃນຄວາມຮັບຜິດຊອບຂອງຕົນຕີລາຄາປະເມີນຜົນ 5 ເປັນເຈົ້າປະຈໍາປີ ສາມາດຢັ້ງຢືນເປັນສະຫະພັນ ແລະ ຮາກຖານກໍາມະບານ 5 ເປັນເຈົ້າ ປະຈໍາປີ 2021 ຈໍານວນ 66 ພາກສ່ວນ.

    ນອກນີ້ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາຄະນະບໍລິຫານງານສະຫະພັນກໍາມະບານ ນວ ປ່ຽນແທນຄະນະບໍລິຫານງານທີ່ຫວ່າງລົງ ຜ່ານບົດສໍາຫຼວດຂອງຄະນະບໍລິຫານງານ ສະຫະພັນກໍາມະບານລາວ ນວ ຄັ້ງທີ 2 ສະໄໝທີ VIII ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນກໍາມະບານລາວ ນວ ຄັ້ງທີ 2 ສະໄໝທີ VIII ພິເສດກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ອານຸພາບ ຕຸລາລົມ ເລຂາຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ຕື່ມອີກ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!