ເຜີຍແຜ່ນະໂຍບາຍສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດ

    ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ນະໂຍບາຍສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ຂຶ້ນວັນທີ 16 ກຸມພາ 2022 ຢູ່ໂຮງແຮມ QUBE ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ ມີຕາງໜ້າຈາກບັນດາບໍລິສັດ ຜູ້ປະກອບການທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ເພື່ອແນໃສ່ຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານໃນການສົ່ງເສີມການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍໃນ ທັງເປັນວຽກໜຶ່ງທີ່ຕິດພັນກັບພາລະບົດບາດຂອງກົມສົ່ງເສີມການຄ້າ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດມີປະສິດທິຜົນ ຜ່ານມາຈຶ່ງໄດ້ມີການສ້າງໂຄງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໂດຍການເຊັນບົດບັນທຶກຮ່ວມກັນລະຫວ່າງກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກັບບໍລິສັດ ເອັມພອຍມາກ ການຄ້າ ຈໍາກັດ (ຮ້ານມີນີບິກຊີ) ແລະ ບໍລິສັດວຽງຈັນເຊັນເຕີຂຶ້ນ ເຊິ່ງເປົ້າໝາຍຫຼັກຂອງໂຄງການ ແມ່ນເພື່ອການຮ່ວມມືພັດທະນາ ແລະ ຊຸກຍູ້ສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອກະຕຸ້ນໃຫ້ຜູ້ຜະລິດ ແລະ ຜູ້ປະກອບການພາຍໃນໃຫ້ຜະລິດສິນຄ້າໃຫ້ໄດ້ຄຸນນະພາບ ມີມາດຕະຖານ ແລະ ເພີ່ມປະລິມານການຜະລິດໃຫ້ມີສີນຄ້າໃໝ່ໆຫຼາຍຂຶ້ນ ສາມາດທຽບເທົ່າກັບສາກົນ ເພື່ອໃຫ້ຜູ້ບໍລິໂພກມີຄວາມໝັ້ນໃຈໃນການບໍລິໂພກໃຫ້ມີຄວາມສະດວກ ປອດໄພ ສາມາດຫຼຸດຜ່ອນການນໍາເຂົ້າເທື່ອລະກ້າວ ແລະ ກ້າວໄປເຖິງການສົ່ງເສີມ ເພື່ອເປັນການສ້າງຄ່ານິຍົມໃຫ້ຜູ້ຊົມໃຊ້ພາຍໃນຫັນມາໃຊ້ສິນຄ້າພາຍໃນໃຫ້ນັບມື້ຫຼາຍຂຶ້ນ.

    ສະນັ້ນ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວນີ້ຂຶ້ນ ເພື່ອເຜີຍແຜ່ແນະນໍາໃຫ້ຫົວໜ່ວຍທຸລະກິດທີ່ມີຄວາມພ້ອມ ແລະ ສົນໃຈ ໄດ້ເຂົ້າໃຈກ່ຽວມາດຕະຖານ ແລະ ເງື່ອນໄຂຂອງສິນຄ້າທີ່ຈະນໍາເອົາສິນຄ້າເຂົ້າໄປຂາຍຢູ່ໃນຮ້ານຊັບພະສິນຄ້າ ໂດຍສະເພາະຮ້ານມີນີບິກຊີ ທີ່ໄດ້ຮ່ວມໂຄງການນີ້ ແລະ ເປັນອີກຕະຫຼາດໜຶ່ງທີ່ກວ້າງຂວາງໃນນະຄອນຫຼວງວຽງຈັນ ເພື່ອນຳເອົາສິນຄ້າຂອງລາວໄປໂຄສະນາ ແລະ ຂາຍຢູ່ໃນນັ້ນໃຫ້ຫຼາຍຂຶ້ນ ເຊິ່ງປັດຈຸບັນ ຮ້ານມີນີບິກຊີຢູ່ໃນນະຄອນຫຼວງວຽງຈັນມີທັງໝົດ 62 ສາຂາ ແລະ ມີລາຍການສິນຄ້າຂາຍຫຼາຍກວ່າ 70 ປະເພດ ແລະ ນັບມື້ມີລາຍການສິນຄ້າເຂົ້າມາໃໝ່ຫຼາຍຂຶ້ນ.

.# ຂ່າວ & ພາບ : ວຽງມາ

error: Content is protected !!