ສຸມໃສ່ວຽກງານຄໍ້າປະກັນສະບຽງອາຫານເພື່ອຫຼຸດຜ່ອນການຂາດສານອາຫານຊຳເຮື້ອ

    ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນການປະຈຳປີ 2021 ຈັດຂຶ້ນວັນທີ 16 ກຸມພາ 2022 ທີໂຮງແຮມຄຣາວພລາຊາ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການໂພຊະນການແຫ່ງຊາດ ມີທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ທ່ານເອກອັດຄະລັດຖະທູດສະຫະພາບເອີລົບປະຈຳ ສປປ ລາວ ເອກອັກຄະລັດຖະທູດສະຫະລັດອະເມລິກາ ປະຈຳ ສປປ ລາວ ບັນດາທ່ານຄະນະກໍາມະການແຫ່ງຊາດດ້ານໂພຊະນາການຂັ້ນສູນກາງ ຮອງເຈົ້າແຂວງ ກອງເລຂາຄະນະກໍາມະການແຫ່ງຊາດດ້ານໂພຊະນາການສູນກາງ ແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ ຕະຫຼອດໄລຍະໜື່ງສະໄໝຜ່ານມາ ພັກ-ລັດໄດ້ສຸມໃສ່ຊີ້ນຳ-ນຳພາ ໂຄງການຄໍ້າປະກັນສະບຽງອາຫານ ແລະ ການໃຫ້ຄວາມຮູ້ທາງດ້ານໂພຊະນາການ ນະໂຍບາຍເກີດລູກ ແລະ ປີ່ນປົວເດັກນ້ອຍລຸ່ມ 5 ປີບໍ່ເສຍຄ່າ ແລະ ປະຕິບັດກິດຈະກໍາເຊື່ອມສານວຽກງານສົ່ງເສີມສຸຂະພາບໃນຊຸມຊົນ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນດ້ານໂພຊະນາການ ເພື່ອການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ແລະ ຫຼຸດຜ່ອນສະພາບການຂາດສານອາຫານຊຳເຮື້ອ ໂດຍການສະໜອງອາຫານເສີມໄລຍະ 52 ວັນ ໃຫ້ເດັກລຸ່ມ 5 ປີ ໃນເມືອງນອງ ແຂວງສະຫວັນນະເຂດ 365 ຄົນ ໃນ 6 ບ້ານ ແລະ ເມືອງຊ່ອນ ແຂວງຫົວພັນ 360 ຄົນ ໃນ 6 ບ້ານ ການລົງທຶນໃສ່ດ້ານໂພຊະນາການ ແມ່ນການພັດທະນາຊັບພະຍາກອນມະນຸດແບບມີຄຸນະພາບ ແລະ ມີຄວາມຍືນຍົງໃນ ສປປ ລາວ ເຖິງຈະແກ້ໄຂບັນຫາດ້ານໂພຊະນາການໄດ້ໃນລະດັບໃດໜຶ່ງແລ້ວກໍຕາມ ແຕ່ປັດຈຸບັນຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼື ຈໍານວນປະມານເກືອບ 3 ແສນຄົນທີ່ຈະເປັນອະນາຄົດຂອງຊາດ ຍັງສ່ຽງຕໍ່ການຂາດສານອາຫານເຊິ່ງຈະສົ່ງຜົນກະທົບຕໍ່ພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອແບບລວງສູງບໍ່ໄດ້ມາດຕະຖານ ນ້ຳໜັກບໍ່ໄດ້ມາດຕະຖານ ແລະ ການຂາດອາຫານກະທັນຫັນ ເຊິ່ງມີຫຼາຍສາເຫດ ເຊັ່ນ ຄວາມບໍ່ໝັ້ນຄົງໃນການຄ້ຳປະກັນສະບຽງອາຫານ ສະພາບດິນຟ້າອາກາດປ່ຽນແປງ ເກີດໄພພິບັດທາງໄພທຳມະຊາດ ປະຊາຊົນມີພຶດຕິກຳການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍ ນອກຈາກນັ້ນ ຍັງພົບວ່າປະຊາຊົນເກີດບັນຫາໂພຊະນາການເກີນ ແລະ ຕຸ້ຍທັງໃນເດັກ ແລະ ຜູ້ໃຫຍ່ເພີ່ມຂຶ້ນຈາກພຶດຕິກຳໃນການບໍລິໂພກອາຫານທີ່ບໍຖືກຫຼັກໂພຊະນາການ ຈະພາໃຫ້ເກີດພະຍາດເບົາຫວານ ຫົວໃຈ ຄວາມດັນເລືອດສູງ ແລະ ມະເຮັງລໍາໄສ້ ເຮັດໃຫ້ສູນເສຍດ້ານເສດຖະກິດ ແລະ ສັງຄົມ ສະນັ້ນ ຈຶ່ງເປັນພາລະກິດທີ່ໜັກໜ່ວງ ເພື່ອຈະໃຫ້ການລົງທຶນດ້ານໂພຊະນາການ ພັດທະນາມະນຸດທີ່ມີຄຸນະພາບ ແລະ ຍືນຍົງໃຫ້ປາກົດເປັນຈິງ ຮັບປະກັນໃຫ້ລູກຫຼານ ກໍຄືປະຊາຊົນລາວ ມີໂພຊະນາການທີ່ດີຂຶ້ນ ເພື່ອເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕໍ່ໜ້າ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!