ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 345 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 16 ກຸມພາ 2022 ວ່າ: ວັນທີ 15 ກຸມພາ ໃນຂອບເຂດທົ່ວປະເທດໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.753 ຕົວຢ່າງ ຜົນກວດວິເຄາະພົບຜູ້ຕິດເຊື້ອທັງໝົດ 345 ຄົນ ໃນນີ້ຕິດເຊື້ອພາຍໃນ 332 ຄົນຄື:

  • ນະຄອນຫຼວງວຽງຈັນ 51 ຄົນ
  • ສະຫວັນນະເຂດ 23 ຄົນ
  • ຈຳປາສັກ 11 ຄົນ
  • ສາລະວັນ 8 ຄົນ
  • ເຊກອງ ແລະ ຫຼວງນໍ້າທາ ແຂວງລະ 1 ຄົນ
  • ອັດຕະປື 24 ຄົນ
  • ບໍ່ແກ້ວ 2 ຄົນ
  • ວຽງຈັນ 8 ຄົນ
  • ຫຼວງພະບາງ 3 ຄົນ
  •  ອຸດົມໄຊ 6 ຄົນ
  • ຜົ້ງສາລີ 12 ຄົນ
  • ໄຊຍະບູລີ 30 ຄົນ
  • ຊຽງຂວາງ 31 ຄົນ
  • ຄຳມ່ວນ 20 ຄົນ
  • ບໍລິຄຳໄຊ 10 ຄົນ
  • ໄຊສົມບູນ 7 ຄົນ
  • ຫົວພັນ 84 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ 13 ຄົນ ເຊິ່ງມາຈາກແຂວງສະຫວັນນະເຂດ 9 ຄົນ ຈຳປາສັກ 2 ຄົນ ບໍລິຄຳໄຊ 2 ຄົນ ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນມີຕົວເລກຜູ້ຕິດເຊື້ອທັງໝົດ 140.030 ຄົນ ອອກໂຮງໝໍ 227 ຄົນກຳລັງປິ່ນປົວ 3.404 ຄົນ ແລະ ເສຍຊີວິດທັງໝົດ 602 ຄົນ ໃນນີ້ເສຍຊິວິດໃໝ່ 02 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.

    ສໍາລັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ທົ່ວປະເທດ ເຂັມທີ 1 ສັກໄດ້ 4.827.386 (ອັດຕາປົກຄຸມ 65,79 %) ແລະ ທຸກເຂັມທີ່ແນະນໍາ 4.249.958 (ອັດຕາປົກຄຸມ 57,92%).

..# ຂ່າວ & ພາບ : ຂັນທະວີ

error: Content is protected !!