ຍັງມີປະຊາຊົນລັກລອບປູກສວນຢາຝິ່ນ ເຈົ້າໜ້າທີ່ບຸກທຳລາຍຫຼາຍກວ່າ 150 ເຮັກຕາ

    ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໂພນທອງ ແຂວງຫຼວງພະບາງ ຮ່ວມກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ກອງບັນຊາການທະຫານແຂວງ-ເມືອງ ແລະ ອົງການປົກຄອງບ້ານ ລົງທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຈຳນວນ 14 ບ້ານ ໃນລະຫວ່າງທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາ 2022 .

    ໃນໄລຍະຜ່ານມາ ເຈົ້າໜ້າທີ່ໄດ້ສົມທົບກັບອົງການປົກຄອງເມືອງ ແລະ ບ້ານ ດຳເນີນການສຶກສາອົບຮົມ ແລະ ເຮັດບົດບັນທຶກກັບການປົກຄອງບ້ານ ລວມທັງເຈົ້າຂອງສວນຝິ່ນທັງ 14 ບ້ານ ໃຫ້ຢຸດເຊົາ ແລະ ໄດ້ອະທິບາຍໃຫ້ຮູ້ເຖີງລະບຽບກົດໝາຍ ເພື່ອບໍ່ໃຫ້ສືບຕໍ່ມີການລັກລອບປູກຝິ່ນຕື່ມອີກ ແຕ່ຍັງພົບເຫັນປະຊາຊົນຈຳນວນໜຶ່ງຍັງດື້ ບໍ່ປະຕິບັດຕາມບົດບັນທຶກ ແລະ ຍັງສືບຕໍ່ປູກຝິ່ນ ເຊີ່ງເປັນການສ້າງປາກົດການຫຍໍ້ທໍ້ໃນສັງຄົມ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ການໄປທຳລາຍສວນຝິ່ນໃນຄັ້ງນີ້ ໄດ້ແບ່ງອອກເປັນ 5 ຈຸ ເຊີ່ງພົບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນ ສະພາບດິນຟ້າອາກາດບໍ່ອຳນວຍ ອາກາດໜາວ ມີຝົນຕົກ ເສັ້ນທາງໄປຫາພື້ນທີປູກຝິ່ນ ຢູ່ໄກ ພູຜາສູງຊັນ ທຸລະກັນດານ ຕ້ອງໃຊ້ເວລາຍ່າງ 4-5 ຊົ່ວໂມງ.

    ຕາມການກວດກາ ແລະ ສໍາຫຼວດຕົວຈິງ ທັງ 5 ຈຸດ ພົບເຫັນພື້ນທີ່ປູກຝິ່ນປະມານ 153,74 ເຮັກຕາ ມີ 23 ຈຸດໄດ້ທຳລາຍສຳເລັດ ແລະ ຍັງອີກຈຳນວນໜຶ່ງແມ່ນບໍ່ສາມາດທຳລາຍໄດ້ ຍ້ອນກົກຢາຝິ່ນຍັງນ້ອຍ ມີເນື້ອທີ່ປະມານ 42,1 ເຮັກຕາ ເຊີ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກໃຫ້ເຈົ້າຂອງສວນຝິ່ນ ເພື່ອໃຫ້ເຂົາເຈົ້າຕື່ນຕົວທຳລາຍເອງ.

   

error: Content is protected !!