ການແຂ່ງຂັນສະກີລີລາກາງເວຫາ ເພດຍິງ ຮອບຊີງຊະນະເລີດ ຂອງລາຍການສະກີທ່າຟຣີສະຕາຍໃນງານໂອແລມປິກລະດູໜາວ ຄັ້ງທີ 24 ປັກກິ່ງ ສປ ຈີນ ວັນທີ 14 ກຸມພາ 2022 ນາງ ສີເມີ້ງທາວ ທີ່ເຂົ້າຮ່ວມງານກີລາໂອແລມປິກລະດູໜາວ ມາແລ້ວ 4 ຄັ້ງ ສາມາດຄວ້າຫຼຽນຄຳເປັນຄັ້ງທໍາອິດ ເຮັດໃຫ້ຫຼາຍຄົນຮ້ອງໂຮຊົມເຊີຍແກ່ນັກກີລາອາວຸໂສທີ່ໄດ້ຍຶດໝັ້ນມາ 16 ປີ ເຮັດໃຫ້ຄວາມຝັນບັນລຸຜົນເປັນຈິງ.

ຫຼັງຈາກນາງ ສີເມີ້ງທາວ ໄດ້ຮັບຫຼຽນຄຳ ນາງ ອັສເລ ຄາດເວ ນັກກີລາ ສ ອາເມຣິກາ ໄດ້ແລ່ນໄປກອດເພື່ອສະແດງຄວາມຍິນດີກັບນາງ ສີເມີ້ງທາວ ທີ່ພວມຢູ່ໃນຄວາມຕື່ນເຕັ້ນໃຈຢ່າງສະໜິດແໜ້ນ ພ້ອມທັງເອີ້ນນາງ ສີເມີ້ງທາວ ວ່າ: “ທາວທາວ ແຊັມປຽນໂອແລມປິກ” ຕົນຮູ້ສຶກພາກພູມໃຈນຳເຈົ້າຫຼາຍ ແລະ ຊົມເຊີຍທີ່ນາງ ສີເມີ້ງທາວ ຍາດໄດ້ແຊັມປ້ຽນໂອແລມປິກຢູ່ບ້ານເກີດຂອງຕົນ ເຊິ່ງພາບນີ້ໄດ້ເຮັດໃຫ້ຫຼາຍຄົນຮູ້ສຶກອົບອຸ່ນ ຜູ້ໃຊ້ອິນເຕີເນັດພາຍໃນປະເທດຈີນ ພາກັນກ່າວວ່າ: ການທີ່ເປັນຄູ່ແຂ່ງຂັນ ທັງເປັນເພື່ອນມິດກັນ ນີ້ຄືຈິດໃຈໂອແລມປິກ ນັກກີລາທຸກຄົນທີ່ບຸກບືນສູ້ຊົນເພື່ອບັນລຸຄວາມຝັນຂອງຕົນ ລ້ວນແຕ່ເປັນໜ້າເຄົາລົບນັບຖື ນອກນີ້ ຜູ້ໃຊ້ອິນເຕີເນັດຕ່າງປະເທດກໍໄດ້ຍ້ອງຍໍວ່າ: ພາບທີ່ນາງທັງ 2 ຄົນກອດກັນ ເປັນພາບພິເສດ ແລະ ດີງາມຫຼາຍ ເຊິ່ງສະແດງໃຫ້ເຫັນຈິດໃຈນັກກີລາຢ່າງແທ້ຈິງ ແລະ ມີຜູ້ໃຊ້ອິນເຕີເນັດການາດາຄົນໜຶ່ງ ກ່າວວ່າ: ຕົນຮູ້ສຶກຕື້ນຕັນໃຈ ຈົນນ້ຳຕາໄຫຼແຕ່ເຊົ້າ.

ງານກີລາໂອແລມປິກ ບໍ່ພຽງແຕ່ແມ່ນມະໂຫລານແຫ່ງການແຂ່ງຂັນເທົ່ານັ້ນ ແຕ່ຍັງເປັນເວທີທີ່ແລກປ່ຽນຈິດໃຈ ກໍລະນີເກີດພາບປະທັບໃຈຈາກການສວມກອດກັນຂອງນາງ ສີເມີ້ງທາວ ກັບ ນາງ ອັສເລ ຄາດເວ ຍັງມີຢູ່ຢ່າງຫຼວງຫຼາຍ ວັນທີ 10 ກຸມພາ 2022 ຫຼັງຈາກການແຂ່ງຂັນສະກີຊາຍດ່ຽວ ຂອງລາຍການສະເກັດລີລາໃນງານກີລາໂອແລມປິກລະດູໜາວ ປັກກິ່ງ ສິ້ນສຸດລົງ ທ້າວ ຈິ່ນໂປຢາງ ນັກກີລາຈີນ ແລະ ທ້າວ ຮັນຢຸ ຢຸຊຸຣຸ ນັກກີລາຍີ່ປຸ່ນ ໄດ້ຮ່ວມກັນໃຊ້ມືເຮັດທ່າຮູບຫົວໃຈຢູ່ບ່ອນພັກຜ່ອນ ໂດຍການແຂ່ງຂັນຄັ້ງນີ້ ນັກກີລາ 2 ຄົນ ລ້ວນແຕ່ຢາກບຸກທະລຸຮອດຈຸດສູງສຸດຂອງຕົນ ເຊິ່ງຄວາມເຄົາລົບກັນລະຫວ່າງ 2 ຄົນນີ້ ເຮັດໃຫ້ຫຼາຍຄົນເຫັນແລ້ວຮູ້ສຶກປະທັບໃຈທີ່ສຸດ ນອກນີ້ ວັນທີ 8 ກຸມພາ 2022 ໃນການແຂ່ງຂັນສະກີທ່າຟຣີສະຕາຍກາງເວຫາ ເພດຍິງ ຮອບຊີງຊະນະເລີດ ນາງ ກູໄອ້ຫຼິງ ນັກກີລາຈີນ ໄດ້ຮັບຫຼຽນຄຳ ຫຼັງຈາກການແຂ່ງຂັນສິ້ນສຸດລົງ ນາງ ກູໄອ້ຫຼິງ ບໍ່ໄດ້ອອກຈາກສະໜາມແຂ່ງຂັນໃນທັນທີ ແຕ່ໄດ້ໄປປອບໃຈຄູ່ແຂ່ງຂັນທີ່ກຳລັງສະອື້ນໄຫ້ ທີ່ບໍ່ສາມາດໄປເຖິງຈຸດໝາຍ.

ຮູ້ສຶກຕື່ນເຕັ້ນຍ້ອນການແຂ່ງຂັນ ຂໍຊົມເຊີຍນັກກີລາທີ່ບຸກທະລຸຮອດຈຸດສູງສຸດຂອງຕົນ ພ້ອມທັງຕົບມືຊົມເຊີຍຄວາມສາມັກຄີ ແລະ ຄວາມຮັກແພງກັນ ໂອແລມປິກ ບໍ່ແມ່ນມີແຕ່ຫຼຽນຄຳເທົ່ານັ້ນ ໂອລິມປິກ ສຸດຍອດເລີຍ!.
# ຂ່າວ – ພາບ : ສະບາໄພ