ທ່ານ​ ໂທ​ມັ​ສ ບັກ​ສ ສະ​ແດງ​ຄວາມ​ຊົມ​ເຊີຍ​ CMG ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນໃນ​​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜ​າວ​ ຄັ້ງມທີ 24 ທີ່ປັກ​ກິ່ງ

    ຂໍ້ມູນຈາກ​ເວບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອແ​ລ​ມ​ປິກ​ສາ​ກົນ ​ແຈ້ງ​ໃຫ້​ຮູ້​ວັນ​ທີ 15 ກຸມ​ພາ​2022 ວ່າ: ​ທ່ານ ​ໂທ​ມັ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ແລມ​ປິກ​ສາ​ກົນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ສະ​ຖາ​ນີ​ວິ​ທະ​ຍຸ-​ໂທ​ລະ​ພາບ​ສູນ​ກາງ​ຈີນ (CMG) ​ທີ່​ໄດ້​ປະ​ກອບ​ສ່ວນ​​ໃນ​ການ​ຖ່າຍ​ທອດ​ສົດ ແລະ ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ ຄັ້ງທີ 24 ປີ 2022 ທີ່ ​ປັກ​ກິ່ງ ສປ ຈີນ​.

    ຈາກການແຂ່ງຂັນງານດັ່ງກ່າວ ມາ​ຮອດ​ວັນ​ທີ 11 ກຸມ​ພາ​ 2022 ມີຜູ້​ຊົມ​ຊາວ​ຈີນ​ ທີ່​​ຮັບ​ຊົມ​ງານ​ກີ ລາໂອແ​ລມ​ປິກ​ລະ​ດູ​ໜາວ ​ປັກ​ກິ່ງ ​ປີ 2022 ຜ່ານ​ທາງ​ໂທ​ລະ​ພາບ ​​ລວມ​ເວ​ລາ​ທັງ​ໝົດ 2,05 ຕື້​ຊົ່ວ​ໂມງ ເຊິ່ງຕົວ​ເລກ​ດັ່ງ​ກ່າວ ​ສູງກວ່າ 15% ທຽບ​ໃສ່​ຍອດ​ຈຳ​ນວນ​ເວ​ລາ​ຮັບ​ຊົມ​ຂອງ​ຜູ້​ຊົມ​ໂທ​ລະ​ພາບ​ໃນ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ 2 ​ຄັ້ງ​ຜ່ານ​ມາ ​ຄື: ງານ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ ​ພຽງ​ຊາງ​ ປີ 2018 ແລະ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ​ ໂຊ​ຈີ ປີ 2014.

    ເພື່ອ​ສະ​ແດງ​ຄວາມ​​ຊົມ​ເຊີຍ​​ຜົນ​ງານ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​-ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ​ ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍາວ​ນານ​ ລະ​ຫວ່າງ​ສະ​ຖາ​ນີ​ວິ​ທະ​ຍຸ​-ໂທ​ລະ​ພາບ​ສູນ​ກາງ​ຈີນ ກັບຄະ​ນະ​ກຳ​ມະ​ການ​ໂອແ​ລມ​ປິກ​ສາ​ກົນ ທ່ານ​ ໂທ​ມັ​ສ ບັກ​ສ ​ໄດ້​ມອບ​ລາງວັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອແ​ລມ​ປິກ​ສາ​ກົນ ​ໃຫ້​​ທ່ານ ​ເຊີ້ນ​ໄ​ຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ-​ໂທ​ລະ​ພາບ​ສູນ​ກາງ​ຈີນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!