ໃຫ້ຄວາມຮູ້ພື້ນຖານກ່ອນເປັນລ່າມພາສາມື

    ພິທີເປີດເຝີກອົບຮົມພື້ນຖານກ່ອນເປັນລ່າມພາສາມືລາວ ຈັດຂຶ້ນວັນທີ 14 ກຸມພາ 2022 ຢູ່ສູນມືແຫ່ງຄວາມຫວັງ ບ້ານໜອງບົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການ ສູນມືເເຫ່ງຄວາມຫວັງ ທ່ານ ນາງ ໂອກ້າ ນິໂລວາ ຊ່ຽວຊານດ້ານສິດທິມະນຸດ ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ ນາງ ພານິຕາ ໄມພອນ ປະທານສະມາຄົມຄົນຫູໜວກແຫ່ງປະເທດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການເຝີກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຜູ້ແປພາສາມືໃນປະເທດລາວໃຫ້ທັກສະຄວາມຮູ້ ຄວາມສາມາດແລະ ມີຈຳນວນເພີ່ມຂຶ້ນ ເພື່ອໃຫ້ກຸ່ມເປົ້າໝາຍເຂົ້າເຖິງ ແລະ ພຽງພໍ ເພື່ອເປັນການຊ່ວຍເຫຼືອຜູ້ພິການທາງຫູຫຼາຍຄົນໃນທົ່ວປະເທດທີ່ຍັງບໍ່ທັນສາມາດເຂົ້າເຖິງແຫ່ງຂໍ້ມູນຂ່າວສານ ໃຫ້ມີຄວາມເຂົ້າໃຈພາສາໃນສັງຄົມ ບໍ່ວ່າຈະເປັນການປະຊຸມ ການມີສ່ວນຮ່ວມຕ່າງໆໃນໂຮງຮຽນ ໂຮງໝໍ ແລະ ຈຸດບໍລິການຕ່າງໆ ຂອງສັງຄົມໃຫ້ມີລ່າມແປພາສາຊ່ວຍເຂົາເຈົ້າເຂົ້າໃຈຫຼາຍຂຶ້ນ.

    ທ່ານ ນາງ ໂສພາພອນ ເຮືອງລິດ ກ່າວວ່າ: ການຝຶກອົບຮົມພື້ນຖານກ່ອນເປັນລ່າມພາສາມືລາວນີ້ຄັ້ງນີ້ ເປົ້າໝາຍຫຼັກຂອງພວກເຮົາແມ່ນເພື່ອຢາກໃຫ້ມີຜູ້ແປພາສາມືໃນປະເທດລາວຫຼາຍຂຶ້ນ ເພາະວ່າປັດຈຸບັນຄົນຫູໜວກໃນປະເທດລາວເຮົາແມ່ນຍັງມີຫຼາຍຄົນທີ່ບໍ່ທັນໄດ້ເຂົ້າເຖິງແຫ່ຼງຂໍ້ມູນຕ່າງໆຂອງສັງຄົມ ດັ່ງນັ້ນ ພວກເຮົາຈຶ່ງຢາກໃຫ້ເຂົ້າເຈົ້າໄດ້ມີຊີວິດເທົ່າທຽມກັບຄົນປົກກະຕິທົ່ວໄປ ໂດຍນັກຮຽນທີ່ລົງທະບຽນຮຽນ ແລະ ຖືກຄັດເລືອກມາທັງ 18 ຄົນ ຈະໄດ້ຮຽນຂັ້ນຕອນພື້ນຖານກ່ຽວກັບການນຳໃຊ້ພາສາມື ເພື່ອມາໝູນໃຊ້ໃນການດຳລົງຊີວິດປະຈຳວັນຂອງເຂົ້າເຈົ້າ ແລະ ກາຍເປັນຜູ້ສືບທອດການໃຊ້ພາສາດັ່ງກ່າວໃຫ້ຄົນອື່ນໃນອະນາຄົດໃຫ້ຫຼາຍຂຶ້ນ ເຊິ່ງໃນການຮຽນຈະເລີ່ມແຕ່ເວລາ 16-18:00 ຂອງທຸກໆວັນຈັນ ພຸດ ແລະ ວັນສຸກ ນັບແຕ່ມື້ເປີດເຝີກອົບຮົບເປັນຕົ້ນໄປຈົນຄົບ 3 ເດືອນຈຶ່ງສຳເລັດ.

.# ຂ່າວ & ພາບ : ລັດເວລາ

error: Content is protected !!