ຍ້ອນຄວາມເອົາໃຈໃສ່ຂອງຜູ້ພັດທະນາ ສວນພຶກສາຈຶ່ງໄດ້ຮັບລາງວັນດີເດັ່ນບູລະມະສິດຂະແໜງທ່ອງທ່ຽວ

    ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ທັງເປັນເຈົ້າຂອງສວນພຶກສາ ໃຫ້ສໍາພາດໂອກາດເຂົ້າຮ່ວມຮັບລາງວັນທຸລະກິດດີດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານປະຈໍາປີ 2021 ວ່າ: ລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ ປະຈໍາປີ 2021  ປະເພດລາງວັນບຸລິມະສິດດີເດັ່ນ ຂະແໜງທ່ອງທ່ຽວ ທີ່ໄດ້ຮັບຄັ້ງນີ້ ເປັນລາງວັນທີ່ມີຄວາມໝາຍສໍາຄັນທີ່ສຸດສໍາລັບສວນພຶກສາຂອງພວກເຮົາ ແລະ ເປັນລາງວັນແຫ່ງໝາກຜົນຂອງການພັດທະນາສວນພຶກສາໃຫ້ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດຂອງເມືອງນາຊາຍທອງ ກໍຄືນະຄອນຫຼວງວຽງຈັນ ໂດຍລວມ ການສ້າງສວນແຫ່ງນີ້ ມີຈຸດປະສົງເພື່ອໃຫ້ເປັນສວນທີ່ງາມທີ່ສຸດ ທັງເປັນການເພີ່ມສະຖານທີ່ທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນໃຫ້ມີຫຼາຍຮູບແບບທີ່ແຕກຕ່າງກັນ ເຊິ່ງພາຍໃນສວນປະກອບມີຫຼາຍກິດຈະກໍາທີ່ເນັ້ນເຖິງຄວາມເປັນເອກະລັກຂອງແຕ່ລະຊົນເຜົ່າຂອງລາວເຮົາ ພ້ອມນັ້ນ ຍັງມີອາກາດປອດໂປ່ງ ຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ການບໍາລຸງຮັກສາສວນມີຄ່າໃຊ້ຈ່າຍສູງພໍສົມຄວນ ເພື່ອຮັກສາສວນໃຫ້ມີຄວາມສວຍງາມ ແລະ ຍືນຍົງ ຕົນ ແລະ ພະນັກງານໄດ້ພ້ອມກັນທຸ້ມເທເຫື່ອແຮງ ນໍາໃຊ້ເຕັກນິກວິຊາການປູກ ເບິ່ງແຍງ ຮັກສາຢ່າງຕໍ່ເນື່ອງ ເພື່ອໃຫ້ສວນມີຄວາມໂດດເດ່ັນ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືນະຄອນຫຼວງວຽງຈັນໃຫ້ນັບມື້ຫຼາຍຂຶ້ນ.

     ນອກນັ້ນ ປັດຈຸບັນສວນພຶກສາໄດ້ມີການປັບປຸງ ແລະ ພັດທະນາເພີ່ມຕື່ມແຍກເປັນແຕ່ລະຂົງເຂດເຊັ່ນ: ປູກດອກໄມ້ນາໆຊະນິດທີ່ມີຫຼາຍສີສັນເພີ່ມຕື່ມ ສ້າງຫໍຊົມວິວ ສວນນໍ້າຕົກຕາດ ໃນນີ້ມີຮ້ານກາເຟ ແລະ ມີຕູບທີ່ຮອງຮັບແຂກໄດ້ 300 ຄົນ ລູກຄ້າສາມາດຈັດງານແຕ່ງດອງ ງານລ້ຽງ ງານສ້າງສັນ ແລະ ເຝິກອົບຮົມເປັນຕົ້ນ ພ້ອມນັ້ນສ້າງສວນພະຍານາກ ພ້ອມຫໍໄຫວ້ບູຊາ ແລ້ວ ປູກດອກໄມ້ຫຼາຍສີສັນອ້ອມອີກດ້ວຍ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!