ປະກາດເມືອງສີສັດຕະນາກ ເປັນເມືອງຢຸດຕິການຖ່າຍຊະຊາຍ

    ພິທີປະກາດຮັບຮອງເມືອງສີສັດຕະນາກ ເປັນເມືອງຢຸດຕິການຖ່າຍຊະຊາຍ ຈັດຂຶ້ນວັນທີ 15 ກຸມພາ 2022 ຢູ່ສະໂມສອນປົກຄອງເມືອງສີສັດຕະນາກ ໂດຍມີທ່ານ ທິນນະກອນ ທອງຄໍາ ຮອງເຈົ້າສີສັດຕະນາກ ທ່ານ ກົງຄໍາ ມີບຸນ ຮອງຫົວໜ້າສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ມີບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ ຫົວໜ້າຫ້ອງການສາທາລະນະສຸກ 9 ຕົວເມືອງ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ກົງຄໍາ ມີບຸນ ກ່າວວ່າ: ວຽກງານສຸຂະອະນາໄມ ກໍເປັນວຽກທີ່ສໍາຄັນ ເປັນບຸລິມະສິດຂອງກະຊວງສາທາລະນະສຸກ ທີ່ເອົາໃຈໃສ່ເປັນພິເສດ ກໍຄືແຜນພັດທະນາວຽກສາທາລະນະສຸກ ນວ ເພື່ອປະຕິບັດຕາມນະໂຍບາຍດ້ານສາທາລະນະສຸກດັ່ງກ່າວ ໄດ້ເລີ່ມປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມແຕ່ປີ 2019 ມາຮອດປັດຈຸບັນ ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກພາກລັດຖະບານ  ແລະ ອົງການຈັດຕັ້ງສາກົນ ຈຶ່ງສາມາດປະກາດບ້ານຈໍານວນ 37 ບ້ານ ທົ່ວເມືອງສີສັດຕະນາກ ເປັນເມືອງຢຸດຕິການຖ່າຍຊະຊາຍ ເຊິ່ງມີຄອບຄົວທີ່ມີວິດຖ່າຍ 12.678 ຄອບຄົວ ແລະ ກວມເອົາ 100%ຂອງ ຈໍານວນຄອບຄົວທົ່ວເມືອງສີສັດຕະນາກ.

    ຕໍ່ກັບບັນດາຜົນງານດັ່ງກ່າວນັ້ນ ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອໍານາດການປົກຄອງທັງພາກລັດ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງສືບຕໍ່ປະຕິບັດຕາມແນວທາງຂອງພັກ ແລະ ລັດຖະບານ ໄດ້ວາງຄາດໝາຍຕໍ່ຜູ້ອອກເຮືອນໃໝ່ ປຸກເຮືອນໃໝ່ທຸກຄອບຄົວ ຕ້ອງມີວິດຖ່າຍ ແລະ ໄດ້ນໍາໃຊ້ນ້ໍາສະອາດ ເພາະສິ່ງດັ່ງກ່າວແມ່ນມາດຖານໜຶ່ງໃນມາດຖານພົ້ນທຸກ ແລະ ມາດຖານຂອງການພັດທະນາ ການໄດ້ຮັບການຢັ້ງຢືນຮັບຮອງໃນຄັ້ງນີ້ ຖືວ່າເປັນພິທີອັນມີກຽດທີ່ສຸດ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ປົກປັກຮັກສາ ແລະ ຮັກສານາມມະຍົດນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ ການສ້າງບ້ານໃຫ້ເປັນບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຊຸມຊົນເປັນເຈົ້າການດ້ານສຸຂານາໄມ ກໍຄືວຽກງານການຢຸດຕິການຖ່າຍຊະຊາຍນີ້ ເຫັນວ່າຍາກຫຼາຍ ແຕ່ສິ່ງທີ່ຍາກໄປກວ່ານັ້ນແມ່ນການຮັກສາໃຫ້ມີຄວາມຍືນຍົງ.

    ທ່ານ ທິນນະກອນ ທອງຄໍາ ກ່າວວ່າ:ເມືອງສີສັດຕະນາກ ທີ່ໄດ້ຮັບນາມມະຍົດເປັນເມືອງຢຸດຕິການຖ່າຍຊະຊາຍຄັ້ງນີ້ ເຊິ່ງເປັນໝາກຜົນຂອງການຊີ້ນໍານໍາພາຂອງຄະນະພັກທຸກຂັ້ນ ຜົນສໍາເລັດດັ່ງກ່າວນີ້ ແມ່ນໄດ້ມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນໄດ້ຮັບການເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດຈາກການນໍາທຸກຂັ້ນ ຄະນະກໍາມະການທຸກພາກສ່ວນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ມີຜົນສໍາເລັດຢ່າງຈົບງາມ ນອກນີ້ ອົງການອຸຍນີເຊັບກໍໄດ້ປະກອບສ່ວນທາງດ້ານທຶນຮອນ ຊຸກຍູ້ວຽກງານສາທາລະນະສຸກ ເຮັດໃຫ້ທີມງານສາມາດເຄື່ອນໄຫວວຽກງານໄດ້ຕໍ່ເນື່ອງ ຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ປະກອບສ່ວນໃນວຽກງານສາທາລະນະສຸກຢ່າງເຂັ້ມແຂງ.

    ແນວໃດກໍຕາມ ພິທີປະກາດເມືອງສີສັດຕະນາກ ເປັນເມືອງຢຸດຕິການຖ່າຍຊະຊາຍສໍາເລັດກໍຕາມ ແຕ່ວຽກງານຊຸກຍູ້-ຕິດຕາມຂອງພາກສ່ວນທີ່ກ່ຽວຂ້ອງ ແມ່ນຈະຕ້ອງໄດ້ສືບຕໍ່ສຶກສາອົບຮົມປະຊາຊົນພາຍໃນເມືອງ ໃຫ້ມີຄວາມເຂົ້າໃຈ ແລະ ນໍາໃຊ້ວິດຖ່າຍຂອງຕົນໃຫ້ເປັນປົກກະຕິ ແລະ ກາຍເປັນຄວາມຊິນເຄີຍໃນຊີວິດປະຈໍາວັນຂອງປະຊາຊົນເຮົາ ເພື່ອເຮັດໃຫ້ສຸຂະພາບ ແລະ ພາລະອະນາໄມຂອງປະຊາຊົນມີຄວາມເຂັ້ມແຂງ.  

.# ຂ່າວ & ພາບ : ສີພອນ

error: Content is protected !!