ລັດຖະມົນຕີ ກະຊວງ ຜທ ເນັ້ນໃຫ້ສູນສະຖິຕິເອົາໃຈໃສ່ຫຼາຍບັນຫາສຳຄັນ

    ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສູນສະຖິຕິແຫ່ງຊາດ ວັນທີ 15 ກຸມພາ 2022 ເປັນກຽດຕ້ອນຮັບຂອງທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ມີພະນັກງານ-ລັດຖະກອນອ້ອມຂ້າງສູນເຂົ້າຮ່ວມ.

    ໃນພິທີທ່ານນາງ ພອນສະຫຼີ ສຸກສະຫວັດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເຊັ່ນ ການປະຕິບັດໜ້າທີ່ຂອງສູນສະຖິຕິ ເຊິ່ງເປັນສູນກາງປະສານງານດ້ານວິຊາການສະຖິຕິຂອງລະບົບສະຖິຕິແຫ່ງຊາດແຕ່ສູນກາງຮອດທ້ອງຖິ່ນ ຈັດຕັ້ງປະຕິບັດໃນການເກັບກຳຂໍ້ມູນສະຖິຕິ ການຜະລິດ ແລະ ການສະໜອງຂໍ້ມູນສະຖິິຕິທາງການ ໃນປີຜ່ານມາ ໄດ້ມີຜົນສຳເລັດຈຳນວນໜຶ່ງ ໃນເງື່ອນໄຂປະຕິບັດຄຽ່ງຄູ່ກັບມາດຕະການປ້ອງການການແຜ່ລະບາດຂອງໂຄວິດ-19 ເປັນຕົ້ນ ການສຳຫຼວດລະດັບຊາດ ການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ III 2019-2020 ແລະ ການສຳຫຼວດສະຖິຕິກະສິກຳຄັ້ງທີ III 2019-2020 ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນເສດຖະກິດ-ສັງຄົມປີ 2020 ແລະ ຄາດຄະເນປີ 2021 ອັດຕາເງິນເຟີ້ປະຈໍາເດືອນ ແລະ ປີ 2021 ລາຍງານສະຖິຕິພົນລະເມືອງຂອງ ສປປ ລາວ ສະພາບຄວາມທຸກຍາກ ສະພາບການພັດທະນາແມ່ຍິງ ແລະ ເດັກນ້ອຍ ສ້າງປື້ມບັນຊີຕົວຊີ້ບອກເພື່ອການຕິດຕາມ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ປະກອບສ່ວນຢ່າງແຂງແຮງຕໍ່ພັນທະ ລາຍງານໃຫ້ສາກົນ ໂດຍສະເພາະບົດລາຍງານຄວາມສະໝັກໃຈ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍຶນຍົງ (SDG) ເຫຼັ້ມ 2 ຂອງລະບົບຖານຂໍ້ມູນເກັບກໍາຂໍ້ມູນສະຖິຕິທາງການຈາການລາຍງານ ແລະ ຈາກການສຳຫຼວດລະດັບຊາດ ຕົວແທນ ປັບປຸງຊຸດຂໍ້ມູນສະຖິຕິປະຈໍາປີສໍາລັບບໍລິການຂໍ້ມູນສະຖິຕິທາງການແບ່ງຕາມຂະແໜງການ ຄຸ້ມຄອງ ບຳລຸງຮັກສາ ອຸປະກອນໄອທີ ເຊີເວີ້ ແລະ ປັບປຸງເວັບໄຊ ເວບຖານຂໍ້ມູນຕ່າງໆ ພ້ອມດຽວກັນນັ້ນ ກໍໄດ້ສະເໜີມາຍັງທ່ານລັດຖະມົນຕີເພື່ອສືບຕໍ່ຊຸກຍູ້ວຽກສົ່ງເສີມງານສະຖິຕິແຫ່ງຊາດ ງົບປະມານປະຕິບັດກິດຈະກຳ ງົບປະມານດ້ານບໍລິຫານ ສິ່ງອຳນວຍສະດວກບໍ່ພຽງພໍ ປັບປຸງເສັ້ນທາງເຂົ້າຫາສູນ ປັບປຸງສ້ອມແປງຫ້ອງການ ບ່ອນຈອດລົດຂອງພະນັການ ບຳລຸງອຸປະກອນໄຟຟ້າ ຊຸກຍູ້ການປັບປຸງກົງຈັກສະຖິຕິຢູ່ແຂວງ ເມືອງ ແລະ ບ້ານ.

    . ໂອກາດນີ້ທ່ານ ຄໍາເຈນ ວົງໂພສີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພະນັງງານ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາມາໄດ້ ແລະ ເນັ້ນບາງບັນຫາ ເຊັ່ນ ສຶບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະຍບາຍຂອງພັກ-ລັດ ໄປຄຽງຄູ່ກັບວຽກງານການກໍ່ສ້າງພະນັກງານໃຫ້ຄວາມຮັບຜິດຊອບ ມີຫົວຄິດປະດິດສ້າງ ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງ ຊັບຊ້ອນພະນັກງານໃຫ້ແທດເໝາະກັບຄວາມເປັນຈິງຂອງວຽກງານແຕ່ລະໄລຍະ ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ ຄຸນສົມບັດສິນທໍາປະຕີວັດ ປັບປຸງລະບອບແບບແຜນວິທີການເຮັດວຽກ ຮັບປະກັນໄດ້ຄວາມຮຽກຮ້ອງຕົວຈິງໃນການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄົ້ນຄ້ວາສ້າງກົນໄກຫຼັກການການປະສານງານກັບບັນດາກະຊວງຂະແໜງການສາຍຕັ້ງ ທ້ອງຖິ່ນ ແລະ ສາຍຂວາງ ຄົ້ນຄວ້າອອກຄູ່ມືເຄື່ອງມືເກັບກໍາເປັນເອກະພາບ ມີຖານຂໍ້ມູນເພື່ອຮັບປະກັນໃຫ້ການລາຍງານສອດຄ່ອງກັນ ແລະ ຖືກຕ້ອງຢ່າງເປັນເອກະພາບ ປັບປຸງວຽງກງານການເຜີຍແຜ່ຂໍ້ມູນ ແລະ ສ້າງຄວາມເຊື່ອຖືໃຫ້ແກ່ສັງຄົມທັງພາຍໃນ ແລະ ຕ່າງປະເທດໃນເງື່ອນໄຂທີ່ປະເທດເຊື່ອມໂຍງ ແລະ ເປີດກວ້າງການຮ່ວມມືໃນຂົງເຂດ ພາກພື້ນ ແລະ ສາກົນດ້ວຍຫຼາຍຮູບແບ ບໃນເງື່ອນໄຂເຮັດວຽກແບບໃໝ່ ໃຫ້ຜູ້ນຳໃຊ້ສາມາດເຂົ້າເຖິງງ່າຍຂຶ້ນ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!