ປັບໃໝຫົວໜ່ວຍທຸລະກິດທີ່ລະເມີດລະບຽບຄຸ້ມຄອງໄດ້ 26 ຫົວໜ່ວຍ

    ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ ນວ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ທົ່ວ ນວ ປະຈຳ​ປີ 2021​ແລະ ທິດທາງແຜນການປີ 2022 ຂຶ້ນວັນທີ 15 ກຸມພາ 2022 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ ນວ ມີທ່ານ ພູວຽງ ພົງສາ ຮັກສາການຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຳເລັດ ເພັດພອນສັກ ຫົວໜ້າຂະແໜງການຄ້າພາຍໃນ ພະແນກ ອຄ ນວ ກ່າວວ່າ: 1 ປີຜ່ານມາ ພະແນກ ອຄ ນວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕິດຕາມກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ຢ່າງເປັນປົກກະຕິ ໂດຍສາມາດຕິດຕາມກວດກາ ແລະ ປັບໃໝຫົວໜ່ວຍທຸລະກິດທີ່ລະເມີດລະບຽບຄຸ້ມຄອງການຄ້າໄດ້ທັງໝົດ 26 ຫົວໜ່ວຍ ລວມມູນຄ່າ 68,9 ລ້ານກີບ ໃນນັ້ນ ກວດພົບການດຳເນີນທຸລະກິດໂດຍບໍ່ມີທະບຽນວິສາຫະກິດໄດ້ 9 ຫົວໜ່ວຍ ການຄ້າ-ຂາຍສິນຄ້າ ແລະ ຂຶ້ນລາຄາທີ່ລະເມີດລະບຽບຄຸ້ມຄອງ 12 ຫົວໜ່ວຍ ແລະ ການຄ້ານອກລະບົບ 5 ຫົວໜ່ວຍ ພ້ອມນັ້ນ ຍັງສາມາດຢືດສິນຄ້າທີ່ນຳເຂົ້າ ແລະ ຈຳໜ່າຍບໍ່ຖືກຕ້ອງຕາມລະບຽບ ເປັນຕົ້ນ ບໍ່ມີໃບແຈ້ງ ໃບຢັ້ງຢືນສຸຂະອະນາໄມຈາກຂະແໜງກະສິກຳ ແລະ ການຈຳໜ່າຍຢາສູບນອກລະບົບທີ່ບໍ່ຕິດສະແຕັມເສຍພາສີອາກອນ ແລະ ບໍ່ມີຄໍາເຕືອນສຸຂະພາບ ກວດພົບເຫັນ 13 ກໍລະນີ ໄດ້ສຳເລັດການຈັດພິທີທຳລາຍສິນຄ້າໝົດອາຍຸ ສິນຄ້າເກືອດຫ້າມ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ 3 ຄັ້ງ ຄິດເປັນມູນຄ່າ 126 ລ້ານກີບ  ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ບໍລິສັດນຳເຂົ້າ-ສົ່ງອອກສິນຄ້າທີ່ເຄື່ອນໄຫວຢູ່ ນວ ໃຫ້ຕິດສະຫຼາກສິນຄ້າເປັນພາສາລາວໄດ້ 19 ຫົວໜ່ວຍທຽບໃສ່ປີຜ່ານມາປະຕິບັດໄດ້ 31 ຫົວໜ່ວຍ ຫຼຸດລົງ 12 ຫົວໜ່ວຍ ເທົ່າກັບ 38,7%.

    ສາມາດອອກໜັງສືແຈ້ງຕອບການຜ່ານເນື້ອໃນສະຫຼາກສິນຄ້າເປັນພາສາລາວໄດ້ 22 ສະບັບ ທຽບໃສ່ປີຜ່ານມາປະຕິບັດໄດ້ 30 ສະບັບ ເຫັນວ່າຫຼຸດລົງ 8 ສະບັບ ເທົ່າກັບ 26,66 % ອອກສະຫຼາກລາຍການສິນຄ້າໃໝ່ໄດ້ 387 ລາຍການ ທຽບໃສ່ປີຜ່ານມາປະຕິບັດໄດ້ 363 ລາຍການ ເກີນ 24 ລາຍການ ເທົ່າກັບ 6,61 % ປະຈຸບັນມີບໍລິສັດທີ່ສະເໜີຜ່ານເນື້ອໃນສະຫຼາກສິນຄ້າພາສາລາວທັງໝົດ 87 ບໍລິສັດ ທຽບໃສ່ປີຜ່ານມາມີ 59 ບໍລິສັດ ເພີ່ມຂຶ້ນ 8 ບໍລິສັດ ເທົ່າກັບ 13,55% ລວມມີ 1.961 ລາຍການ ທຽບໃສ່ປີຜ່າມາມີ 1.589 ລາຍການ ເພີ່ມຂຶ້ນ 372 ລາຍການ ເທົ່າກັບ 23,41%.

   ສຳລັບທິດທາງແຜນການເຄື່ອນໄຫວວຽກງານໃນປີ 2022 ຈະສືບຕໍ່ສຸມໃສ່ການປະຕິບັດວຽກງານວິຊາສະເພາະໃນແຕ່ລະດ້ານ ເປັນຕົ້ນ ການປັບປຸງບຸຄະລາກອນເຈົ້າໜ້າທີ່ກວດກາການຄ້າຂັ້ນເມືອງ ໃຫ້ແທດເໝາະກັບວຽກງານຕົວຈິງ ສືບຕໍ່ລົງຕິດຕາມ ກວດກາ ການເໜັງຕີງຂຶ້ນ-ລົງ ລາຄາສິນຄ້າຢ່າງເປັນປົກກະຕິໂດຍສະເພາະສິນຄ້າທີ່ຢູ່ໃນບັນຊີຄວບຄຸມເຊັ່ນ: ເຂົ້າສານ ຊີ້ນ ແລະ ປາ ຕິດຕາມ ຕິດຕາມກວດກາການປະຕິບັດມາດຕະການຕໍ່ຜູ້ຜະລິດ ນຳເຂົ້າ ແລະ ຈຳໜ່າຍສິນຄ້າ ທີ່ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ  ສືບຕໍ່ປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າ-ຂາຍນອກລະບົບທຸກຮູບແບບ ແລະ ອື່ນໆໃຫ້ຖືກຕ້ອງຕາມລະບຽບ.

.# ຂ່າວ & ພາບ : ລັດເວລາ

error: Content is protected !!