ຫິມະ ແລະ ນ້ຳກ້ອນ ກໍແມ່ນພູເງິນພູຄຳ

    ການແຂ່ງຂັນກີລາຕ່າງໆ ໃນງານກີລາໂອແລມປິກລະດູໜາວ ຄັ້ງທີ 24 ທີ່ ປັກກິ່ງ ສປ ຈີນ ກຳລັງມີບັນຍາກາດຟົດຟື້ນ ພ້ອມນີ້ການຈັດງານກີລາດັ່ງກ່າວຍັງໄດ້ຊຸກຍູ້ການພັດທະນາກີລາຫິມະ ແລະ ນ້ຳ ກ້ອນຂອງຈີນ ໂດຍໄດ້ຮັບຜົນປະໂຫຍດດັ່ງກ່າວ ຊັບພະຍາກອນຫິມະ ແລະ ນ້ຳກ້ອນຢູ່ທ້ອງຖິ່ນຈຳນວນ ບໍ່ໜ້ອຍ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ການພັດທະນາດ້ານອຸດສາຫະກຳຫິມະ ແລະ ນ້ຳກ້ອນ ໄດ້ສ້າງຊ່ອງ ທາງໃໝ່ເພື່ອສ້າງລາຍໄດ້ໃຫ້ປະຊາຊົນ ເຮັດໃຫ້ຊິວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.

    ນະຄອນຈ່າງເຈ່ຍໂຂວ ແຂວງເຫີເປີຍ ເປັນໜຶ່ງໃນ 3 ເຂດແຂ່ງຂັນໃຫຍ່ຂອງງານກີລາໂອແລມປິກ ລະດູໜາວ ປັກກິ່ງ ເຊິ່ງທ້ອງຖິ່ນນີ້ ໃນລະດູໜາວມີລົມພັດແຮງ ອາກາດໜາວ ແລະ ມີຫິມະຕົກເປັນໄລ ຍະຍາວ ໂດຍນຳໃຊ້ໂອກາດຂອງງານກີລາໂອແລມປິກລະດູໜາວ ຈ່າງເຈ່ຍໂຂວ ໄດ້ມີການປ່ຽນແປງ ແບບໜ້າມືເປັນຫຼັງມື ປັດຈຸບັນ ຢູ່ເມືອງສົງຫຼີ ນະຄອນຈ່າງເຈ່ຍໂຂວ ໄດ້ສໍາເລັດການສ້າງສະໜາມສະກີ ຂະໜາດໃຫຍ່ 7 ແຫ່ງ ເຊິ່ງກາຍເປັນເຂດໂຮມສູນກີລາສະກີທີ່ໃຫຍ່ທີ່ສຸດຂອງຈີນ ທັງເປັນການຊຸກຍູ້ໃຫ້ ປະຊາຊົນທ້ອງຖິ່ນ ລວມທັງປະຊາຊົນຢູ່ເຂດຊົນນະບົດຫຼາຍກວ່າ 30.000 ຄົນ ໄດ້ເຂົ້າສູ່ອຸດສາຫະກຳຫິ ມະ ແລະ ນ້ຳກ້ອນ ແລະ ຂະແໜງການທ່ອງທ່ຽວທາງກົງ ແລະ ທາງອ້ອມ ເຮັດໃຫ້ເຂົາເຈົ້າມີລາຍຮັບ ເພີ່ມຂຶ້ນຢ່າງຫຼວງຫຼາຍ ສາມາດເວົ້າໄດ້ວ່າ ການຈັດງານກີລາໂອແລມປິກລະດູໜາວ ໄດ້ຊ່ວຍຊຸກຍູ້ໃຫ້ ທ້ອງຖິ່ນແຫ່ງນີ້ ເລັ່ງບາດກ້າວລຶບລ້າງຄວາມທຸກຍາກ ແລະ ພັດທະນຊົນນະບົດໃຫ້ຈະເລີນໄວຂຶ້ນ ເຮືອນ ເກົ່າແກ່ຂອງປະຊາຊົນ ໄດ້ກາຍມາເປັນເຮືອນວິນລາທີ່ທັນສະໄໝ ຊາວບ້ານທີ່ຕ້ອງອອກໄປເຮັດວຽກຢູ່ຕ່າງ ຖິ່ນໃນເມື່ອກ່ອນ ໄດ້ກາຍເປັນຄູເຝິກກີລາສະກີ ບ້ານທຸກຍາກກໍກາຍເປັນບ້ານຊົນນະບົດທີ່ສວຍງາມ.

    ທ່ານ ອູສຽງ ເລຂາໜ່ວຍພັກບ້ານສ່ານຕ້າວເຫີ ເມືອງສົງຫຼີ ກ່າວວ່າ: ພາຍຫຼັງປະສົບຜົນສຳເລັດໃນ ການຮ້ອງຂໍເປັນເຈົ້າພາບຈັດງານກີລາໂອແລມປິກລະດູໜາວ 2022 ບ້ານສ່ານຕ້າວເຫີ ມີປະຊາຊົນ 57 ຄົນ ໄດ້ເຂົ້າເຮັດວຽກຢູ່ສະໜາມສະກີ ແລະ ມີລາຍຮັບສູງສົມຄວນ ພວກເຮົາຮູ້ສຶກມີຄວາມສຸກຫຼາຍ.

    ເຊັ່ນດຽວກັບເມືອງສົງຫຼີ ນະຄອນຈ່າງເຈ່ຍໂຂວ ເມືອງຈີ້ໂຈ່ວ ນະຄອນທຽນສິນ ທີ່ຕັ້ງຢູ່ເຂດພູດອຍ ກໍໄດ້ເກີດມີການປ່ຽນແປງ ຍ້ອນງານກີລາໂອແລມປິກລະດູໜາວເຊັ່ນກັນ ຢູ່ເຂດຊົນນະບົດພາກເໜືອຂອງ ຈີນ ການທ່ອງທ່ຽວຊົນນະບົດລະດູໜາວ ທີ່ບໍ່ຄ່ອຍມີຄົນສົນໃຈໃນເມື່ອກ່ອນ ປັດຈຸບັນໄດ້ຟົດຟື້ນຂຶ້ນ ຍ້ອນ ການຊຸກຍູ້ຈາກກີລາຫິມະ ແລະ ນ້ຳກ້ອນ ເສັ້ນທາງທ່ອງທ່ຽວຊົນນະບົດຕ່າງໆ ເຊັ່ນ: ໂຮມສະເຕ ກີລາຫິ ມະ ແລະ ນ້ຳກ້ອນ ແລະ ອື່ນໆໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນ ນອກນີ້ ງານກີລາໂອແລມປິກລະດູ ໜາວ ຍັງໄດ້ຊຸກຍູ້ໃຫ້ທ້ອງຖິ່ນແຫ່ງອື່ນໆທີ່ມີຊັບພະຍາກອນຫິມະ ແລະ ນ້ຳກ້ອນ ໄດ້ພັດທະນາຂຶ້ນຢ່າງ ຟົົດຟື້ນ ຢູ່ຕາແສງຫວນເສີງ ແຂວງຈີລິນ ທາງພາກຕາເວັນອອກສຽງເໜືອຂອງຈີນ ປະຊາຊົນບ້ານຫຼາຍ ຄົນໄດ້ເຮັດວຽກຢູ່ສະໜາມສະກີໃນບ້ານ  ເຊິ່ງເມື່ອກ່ອນເມື່ອຮອດລະດູໜາວ ປະຊາຊົນສ່ວນຫຼາຍແມ່ນຢູ່ ເຮືອນລ້າໆ ໂດຍບໍ່ມີຫຍັງເຮັດ ແຕ່ດຽວນີ້ເຂົາເຈົ້າໄດ້ຫຍຸ້ງວຽກຫຼາຍ ບໍ່ພຽງແຕ່ໄດ້ຄວາມມ່ວນຊື່ນຈາກກີ ລາຫິມະ ແລະ ນ້ຳກ້ອນ ແຕ່ຍັງສ້າງລາຍຮັບເພີ່ມຂຶ້ນ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ ເຊິ່ງໄດ້ສ່ອງ ແສງໃຫ້ເຫັນແນວຄວາມຄິດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວວ່າ: “ຫິມະ ແລະ ນ້ຳກ້ອນ ກໍ ແມ່ນພູເງິນພູຄຳ”.

..# ຂ່າວ & ພາບ : ສະບາໄພ

error: Content is protected !!