ໂຄງການນໍ້າປະປາ ແລະ ສຸຂາພິບານທີ່ຈັດຕັ້ງປະຕິບັດ 6 ແຂວງເປົ້າໝາຍ ມີຄວາມຄືບໜ້າ 58,40%

     ກອງປະຊຸມຄະນະຊີ້ນໍາໂຄງການນໍ້າປະປາ ແລະ ສຸຂາພິບານ ຈັດຂຶ້ນວັນທີ 14 ກຸມພາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີຫົວໜ້າກົມ ຮອງກົມ ບັນດາແຂວງເປົ້າໝາຍໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈັນເທພາ ຂັດຕິຍະວົງ ຫົວໜ້າໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຂຶ້ນລາຍງານສະພາບລວມ ແລະ ຄວາມຄືບໜ້າຂອງໂຄງການວ່າ: ໂຄງການນໍ້າປະປາ ແລະ ສຸຂາພິບານ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ມູນຄ່າ 35.000.000 ໂດລາສະຫະລັດ ເງິນສົມທົບຈາກລັດຖະບານ 5.380.000 ໂດລາ ແລະ ຜູ້ໄດ້ຮັບຜົນປະໂຫຍດປະກອບສ່ວນ 170.000 ໂດລາ ລວມມູນຄ່າທັງໝົດ 40.550.000 ໂດລາ ໂດຍແມ່ນກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຈັດຕັ້ງປະຕິບັດ ມີໄລຍະເວລາແຕ່ວັນທີ 13 ກັນຍາ 2018 ຈົນຮອດ ວັນທີ 30 ກັນຍາ 2023  ປະກອບມີໜ້າວຽກຫຼັກຄື: ປັບປຸງການປະສານງານຂອງຂະແໜງການ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ປະກອບມີການສ້າງຄວາມເຂັ້ມແຂງໃນການປະສານງານໂຄງການ ການຈັດຕັ້ງປະຕິບັດການປັບປຸງນະໂຍບາຍ ຂະຫຍາຍການຈັດຕັ້ງປະຕິບັດດ້ານນະໂຍບາຍ ປັບປຸງການຄຸ້ມຄອງນໍ້າເສຍ ແລະ ຂະຫຍາຍລະບົບນໍ້າປະປາ ພັດທະນາລະບົບນໍ້າປະປາໃໝ່ໃນບັນດາຕົວເມືອງນ້ອຍ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນໜ້າວຽກນໍ້າປະປາ ແລະ ສຸຂາພິບານ ແລະ ສ້າງຄວາມເຂັ້ມແຂງສໍາລັບການຈັດຕັ້ງປະຕິບັດໂຄງການ ດໍາເນີນງານ ແລະ ບູລະນະຮັກສາ.

    ໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຈັດຕັ້ງປະຕິບັດຢູ່ 6 ແຂວງ ລວມມີ 9 ເມືອງ ແບ່ງອອກເປັນ 3 ໄລຍະ ມາຮອດເດືອນທັນວາ 2021 ໂດຍລວມ ຈັດຕັ້ງປະຕິບັດສໍາເລັດ 58,40% ສະແດງອອກຄື: ໄລຍະທີ 1 ເມືອງຫຼວງນໍ້າທາ ແລະ ເມືອງລອງ ແຂວງຫຼວງນໍ້າທາ ເມືອງຜາອຸດົມ ແຂວງບໍ່ແກ້ວ ປະຕິບັດສໍາເລັດ 100% ໄລຍະທີ 2 ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເມືອງບໍ່ແຕນ ແຂວງໄຊຍະບູລີ ປະຕິບັດສໍາເລັດ 100% ສ່ວນເມືອງ ແລະ ແຂວງໄຊຍະບູລີ ປະຕິບັດ 93,65% ສໍາລັບວຽກສ້ອມແປງ ແລະ ຂະຫຍາຍນໍ້າປະປາ ເມືອງປາກຊັນ ພູດທີ 2 ສາມາດປະຕິບັດໄດ້ 29,60% ໄລຍະທີ 3 ເມືອງ ດາກຈຶງ ແຂວງ ເຊກອງ ປະຕິບັດໄດ້ 91,34% ແລະ ເມືອງສະໜາມໄຊ ແຂວງອັດຕະປື ປະຕິບັດໄດ້ 34,32% ນອກນີ້ ໂຄງການຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຢູ່ແຂວງຫົວພັນ ມີ ເມືອງຊໍາເໜືອ ປະຕິບັດໄດ້ 73,99% ເມືອງສົບເບົາ ປະຕິບັດສໍາເລັດ 100% ເມືອງລະນາມ ແຂວງເຊກອງ ປະຕິບັດໄດ້ 56,55% ເມືອງສາມັກຄີໄຊ ແຂວງອັດຕະປື ປະຕິບັດໄດ້ 65,30% ແລະ ແຂວງຫຼວງພະບາງມີ ເມືອງວຽງຄໍາ ປະຕິບັດໄດ້ 36% ແລະ ເມືອງນໍ້າຖ້ວມ ນ້າບາກ ປະຕິບັດໄດ້ 5%.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!