ສຸມໃສ່ວຽກງານປ້ອງກັນເສັ້ນທາງລົດໄຟໃຫ້ມີຄວາມປອດໄພ

    ວັນທີ 14 ກຸມພາ 2022 ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ 5 ປີ (2016-2021) ແລະ ທິດທາງແຜນການປີ (2022-2026) ເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີຄະນະນໍາກະຊວງກ່ຽວຂ້ອງ ຄະນະຊີ້ນໍາປ້ອງກັນເສັ້ນທາງລົດໄຟລາວ-ຈີນ ຄະນະບັນຊາກອງພົນ-ກອງບັນຊາການທະຫານນະຄອນຫຼວງ-ແຂວງ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

     ທ່ານພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຫົວໜ້າຄະນະຊີ້ນໍາການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນຮອດນະຄອນຫຼວງວຽງ ໄດ້ຖືສຳຄັນຕໍ່ກັບ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ພະນັກງານ-ນັກຮົບຂອງຕົນຢູ່ແຕ່ລະຈຸດ ສາມາດຮັກສາໄດ້ຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເຂດກໍ່ສ້າງຕ່າງໆເຮັດສຳເລັດຕາມຄາດໝາຍທີ່ໄດ້ກໍານົດ ໄດ້ປະສານສົມທົບແໜ້ນກັບບໍລິສັດທາງລົດໄຟລາວ-ຈີນ ແລະ ບັນດາບໍລິ ສັດຮັບເໝົາກໍ່ສ້າງ ໄດ້ໃຫ້ການຮ່ວມມື ພ້ອມທັງອຳນວບຄວາມສະດວກໃຫ້ກໍາລັງເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນເປັນຢ່າງດີ ທີ່ພົ້ນເດັ່ນແມ່ນຄະນະຮັບຜິດຊອບບໍລິສັດ ລົດໄຟລາວ-ຈີນ ໃຫ້ການຊ່ວຍເຫຼືອຫຼາຍດ້ານ ເຮັດໃຫ້ວຽກງານປ້ອງກັນບັນລຸຄາດໝາຍ.

    ຜ່ານການຈັດຕັ້ງປະຕິບັດຕົວຈິ່ງ ມີກົມກອງ ແລະ ບຸກຄົນ ໄດ້ຮັບການຍ້ອງຍໍປະເພດຫຼຽນໄຊພິລະອາດຫານຊັ້ນ I ຈຳນວນ 1 ກົມກອງ ຊັ້ນ II ຈຳນວນ 15 ກົມກອງ ບຸກຄົນ 54 ທ່ານ ຊັ້ນ III 19 ກົມກອງ ບຸກຄົນ 241 ທ່ານ ໃບຍ້ອງຍໍກະຊວງປ້ອງກັນປະເທດ 5 ກົມກອງ ບຸກຄົນ 452 ທ່ານ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 571 ທ່ານ. ໂອກາດນີ້ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນສຶບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ ເປັນໜ້າທີ່ຂອງໝົດທຸກຄົນ ສຸມໃສ່ວຽກງານປ້ອງກັນເສັ້ນທາງລົດໄຟໃຫ້ມີຄວາມປອດໄພ ສືບຕໍ່ປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ກວ້າງຂວາງ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງເສັ້ນທາງລົດໄຟລາວ-ຈີນ ໃນທຸກດ້ານ ແນໃສສ້າງເສັ້ນທາງຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ມັ່ງຄັ່ງເຂັ້ມແຂງຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

.# ຂ່າວ & ພາບ : ຊິລິການດາ

error: Content is protected !!