ຕີລາຄາສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງນໍາພາ-ຊີ້ນຳວຽກງານຮອບດ້ານ

    ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສີໂຄດຕະບອງ (ເປີດກວ້າງ) ຄັ້ງທີ 7 ສະໄໝທີ VII ຈັດຂຶ້ນວັນທີ 15 ກຸມພາ 2022 ທີ່ຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນ ປະທານຂອງສະຫາຍ ທະວີໄຊ ເໝົາຊົມພູ ເລຂາພັກເມືອງ ເຈົ້າເມືອງສີໂຄດຕະບອງ ມີສະຫາຍ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ອົງການກວດກາລັດເມືອງສີໂຄດຕະບອງ ພ້ອມດ້ວຍບັນດາຫົວໜ້າຫ້ອງການ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.

    ທ່ານ ບຸນມີ ໄຊຍະວົງ ໄດ້ຕີລາຄາສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງນໍາພາ-ຊີ້ນຳວຽກງານຮອບດ້ານໃນໄລຍະ 1 ປີຜ່ານມາ ຂອງອົງຄະນະພັກເມືອງສີໂຄດຕະບອງ ເຊິ່ງອົງຄະນະພັກເມືອງສີໂຄດຕະບອງ ໄດ້ເອົາໃຈໃສ່ນໍາພາເຮັດວຽກງານໂຄສະນາສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ຄະນະພັກແຕ່ລະຂັ້ນ ສະມາຊິກພັກ-ພະນັກງານ ທະຫານ ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຂອງລັດ ທົ່ວອົງຄະນະພັກເມືອງມີຮາກຖານພັກທັງໝົດ 125 ຮາກຖານ ໃນນີ້ ມີ 5 ຄະນະພັກຮາກຖານ ມີໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 39 ໜ່ວຍ ມີ 81 ໜ່ວຍພັກຮາກຖານ ນຳພາປັບປຸງການຈັດຕັ້ງໜ່ວຍພັກທີ່ຄົບວາລະກອງປະຊຸມ 5 ປີ ໄດ້ 21 ໜ່ວຍ ນຳພາປະເມີນ ແລະ ປັບປຸງອົງການປົກຄອງບ້ານໄດ້ 3 ບ້ານ ປັບປຸງການຈັດຕັ້ງໜ່ວຍພັກຮາກຖານບ້ານ 5 ບ້ານ ປັບປຸງຄະນະພັກຮາກຖານຫ້ອງການ 2 ຄະນະພັກຮາກຖານ ສຳເລັດການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ຈັດຕັ້ງປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ສຳເລັດ ສາມາດຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 112 ໜ່ວຍ ກາງ 7 ໜ່ວຍ ບໍ່ໄດ້ປະເມີນ 1 ໜ່ວຍ ທົ່ວເມືອງສີໂຄດຕະບອງ ມີພະນັກງານ-ລັດຖະກອນທັງໝົດ 756 ຍິງ 476 ສະຫາຍ ໃນນີ້ ສາຍຕັ້ງ 246 ຄົນ ຍິງ 134 ຄົນ ສາຍຂວາງ 66 ຄົນ ຍິງ 28 ຄົນ.

    ຄະນະພັກເມືອງສີໂຄດຕະບອງ ໄດ້ຕິດຕາມ ກວດການໂຄງການລົງທຶນຂອງລັດມີ 21 ໂຄງການ ລວມມູນຄ່າທັງໝົດ 82 ຕື້ກວ່າກີບ ໃນນີ້ ມີ 17 ໂຄງການປະຕິບັດສຳເລັດ ມີມູນຄ່າ 58 ຕື້ກວ່າກີບ ມີ 4 ໂຄງການກຳລັງຈັດຕັ້ງປະຕິບັດມີມູນຄ່າ 24 ຕື້ກວ່າກີບ ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ໝົດປີຂອງເມືອງ ບັນລຸໄດ້ 7,40 ຕື້ກວ່າກີບ ສະເລ່ຍໃສ່ຫົວຄົນໄດ້ 44 ລ້ານກວ່າກີບ/ຄົນ/ປີ ເທົ່າກັບ 5.032 ໂດລາ/ຄົນ/ປີ ໃນນັ້ນ ກະສິກຳເພີ່ມຂື້ນ 4,01% ກວມເອົາ 3% ຂອງ GDP ອຸດສາຫະກໍາເພີ່ມຂື້ນ 6,11% ກວມເອົາ 47% ຂອງ GDP ການບໍລິການເພີ່ມຂື້ນ 9,03% ກວມເອົາ 50% ຂອງ GDP ທົ່ວເມືອງມີໂຄງການລົງທືນຂອງລັດ 21 ໂຄງການ ມູນຄ່າອະນຸມັດໂຄງການ 82.571.230.000 ກີບ ໃນນີ້ ໂຄງການທີ່ປະຕິບັດສຳເລັດ 100% ມີ 17 ໂຄງການ ແລະ ໂຄງການກຳລັງສືບຕໍ່ມີ 4 ໂຄງການ.

.# ຂ່າວ & ພາບ : ຊິລິການດາ

error: Content is protected !!