ຮັບຮອງເອົາແຜນຄຸ້ມຄອງອ່າງຮັບນໍ້ານໍ້າທາ

    ໃນວັນທີ 14 ກຸມພາ 2022 ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ ໄດ້ຈັດກອງປະຊຸມຮັບຮອງຂັ້ນພື້ນຖານ ແຜນຄຸ້ມຄອງອ່າງຮັບນໍ້ານໍ້າທາ ໂດຍ 3 ແຂວງທີ່ນອນໃນອ່າງຮັບນໍ້າ ຄື: ແຂວງອຸດົມໄຊ ຫຼວງນໍ້າທາ ແລະ ບໍ່ແກ້ວ ເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງແຂວງອຸດົມໄຊ ມີ ທ່ານ ອ່ອນຈັນ ຄຳຜາວົງ ຮອງເຈົ້າແຂວງແຂວງຫຼວງນໍ້າທາ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງແຂວງບໍ່ແກ້ວ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທ່ານຮອງຫົວໜ້າກົມຊັບພະຍາກອນນໍ້າ ຄະນະພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ  ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ.

    ທ່ານ ພອນໄຊ ສິມມາລາວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ ໄດ້ລາຍງານກ່ຽວກັບການສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າທາວ່າ: ອ່າງຮັບນໍ້າ ນໍ້າທາ ແມ່ນເປັນອ່າງຮັບນໍ້າໜຶ່ງທີ່ນອນໃນ 62 ອ່າງຮັບນໍ້າ ໃນ ສປປ ລາວ ແລະ ເປັນອ່າງຮັບນໍ້າຂະໜາດໃຫຍ່ ມີເນື້ອທີ່ທັງໝົດ 8.918 ກິໂລຕາແມັດ ກວມເອົາ 3 ແຂວງ ໃນນັ້ນ ແຂວງທີ່ມີເນື້ອທີ່ກວມຫຼາຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ ກວມ 46,75% ແຂວງອຸດົມໄຊ ກວມ 30,71% ແລະ ແຂວງບໍ່ແກ້ວ ກວມເອົາ 22.54%. ປະຊາກອນນອນຢູ່ໃນອ່າງຮັບນ້ຳທັງໝົດ 212.990 ຄົນ ຈາກ 345 ບ້ານ ລັກສະນະພູມສັນຖານຂອງອ່າງຮັບນໍ້ານໍ້າທາ ເປັນເຂດພູດອຍທີ່ມີຄວາມສູງແຕ່ 300 ແມັດ ຫາ 1.176 ແມັດ ຈາກລະດັບນໍ້າທະເລ.

    ແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳທາ ສະບັບນີ້ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ກໍຄືຊັບພະຍາກອນນໍ້າໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ ແຜນຄຸ້ມຄອງອ່າງຮັບນໍ້ານ້ຳທາໄດ້ສ້າງຂຶ້ນໂດຍການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ແຂວງຫຼວງນ້ຳທາ ແຂວງບໍ່ແກ້ວ ແລະ ບັນດາເມືອງໃນຂອບເຂດອ່າງຮັບນໍ້າດັ່ງກ່າວ ຈາກນັ້ນ ຮອງເຈົ້າແຂວງທັງ 3 ແຂວງ ແລະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ມີຄວາມເປັນເອກະພາບກັນລົງນາມຮັບຮອງຂັ້ນພື້ນຖານແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳທາ.

    ໃນຕອນທ້າຍຂອງພິທີ ຍັງໄດ້ມີພິທີມອບຮັບເຄື່ອງອຸປະກອນວັດແທກກະແສນ້ຳຈຳນວນ 3 ຊຸດ ແລະ ເຄື່ອງ GPS ອີກຈຳນວນໜຶ່ງ ໃຫ້ແກ່ແຂວງອຸດົມໄຊ ຫຼວງນ້ຳທາ ແລະ ບໍ່ແກ້ວ.

         ..# ຂ່າວ & ພາບ : ເພັດສະໝອນ

error: Content is protected !!