ກວດພົບເຊື້ອພະຍາດໂຄວິດ-19 ໃໝ່ອີກ 441 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 15 ກຸມພາ ປີ 2022 ວ່າ: ວັນທີ 14 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 3.475 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 441 ຄົນ (ຕິດເຊື້ອພາຍໃນ 438 ຄົນ ແລະ ນໍາເຂົ້າ 3 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 415 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ: 

  • ນະຄອນຫຼວງ 37 ຄົນ 
  • ໄຊຍະບູລີ 69 ຄົນ 
  • ຫົວພັນ 63 ຄົນ 
  • ສະຫວັນນະເຂດ 62 ຄົນ 
  • ອັດຕະປື 39ຄົນ 
  • ຜົ້ງສາລີ 30 ຄົນ 
  • ບໍລິຄໍາໄຊ 18 ຄົນ 
  • ຊຽງຂວາງ 13 ຄົນ 
  • ວຽງຈັນ 10 ຄົນ 
  • ຫຼວງພະບາງ 8 ຄົນ 
  • ສາລະວັນ 8 ຄົນ 
  • ຄໍາມ່ວນ 6 ຄົນ
  •  ໄຊສົມບູນ 6 ຄົນ 
  • ເຊກອງ 5 ຄົນ 
  • ອຸດົົມໄຊ 3 ຄົນ
  • ບໍ່ແກ້ວ 2 ຄົນ. 

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກແຂວງສະຫວັນນະເຂດ 3 ຄົນ ຫົວພັນ 23 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢູ່ໃນ ສປປ ລາວ 139.683 ຄົນ ອອກໂຮງໝໍວານນີ້ 292 ຄົນ ກຳລັງປິ່ນປົວ 3.545 ຄົນ ແລະ ເສຍຊີວິດ ທັງໝົດ 601 ຄົນ (ເສຍຊິວິດໃໝ່ 3 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 3 ຄົນ ແມ່ນທັງໝົດຢູ່ນະຄອນຫຼວງວຽງຈັນ. ປັດຈຸບັນນີ້ ທົ່ວປະເທດລາວ ສັກວັກຊີນທັງໝົດ: ເຂັມທີ 1 ສັກໄດ້ 4.823.889 (ອັດຕາປົກຄຸມ 65,74 %) ແລະ ທຸກເຂັມທີ່ແນະນໍາ 4.245.954 (ອັດຕາປົກຄຸມ 57,86 %) ແລະ ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11ປີ.

.# ຂ່າວ & ພາບ : ວຽງມາ

error: Content is protected !!