ເພື່ອປະຕິບັດຕາມຄຳສັ່ງແຈ້ງການຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີສະກັດກັ້ນການລະບາດຂອງພະຍາດ ຄວບຄຸມ ແລະ ກຽມພ້ອມຮອບດ້ານຕ້ານພະຍາດ COVID-19 ທັງເຮັດໃຫ້ພະນັກງານ ແລະ ວິຊາການ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ-ທົ່ວເຖິງຕໍ່ຜົນຮ້າຍ ວິທີປ້ອງກັນ ການຄວບຄຸມ ແລະ ນຳເອົາບົດຮຽນດັ່ງກ່າວໄປເຜີຍແຜ່ຕໍ່ພະນັກງານ-ນັກຮົບໃນກົມກອງ ປະຊາຊົນ ໃນການຕ້ານ ແລະ ປ້ອງກັນພະຍາດ COVID-19 ວັນທີ 13 ພຶດສະພາ 2020 ສະຖາບັນອະນາໄມ ປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ທ່ານ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຮ້ອຍໂທ ນາງ ມະໄລວັນ ເລົ່າ ວິຊາການສະຖາບັນອະນາໄມ ປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຍົກໃຫ້ເຫັນໂຄງຮ່າງການປະກອບສ້າງຂອງເຊື້ອພະຍາດ COVID-19 ໃນຮູບຮ່າງລັກສະນະການກໍ່ໂຕ ແຜ່ລະບາດຂອງເຊື້ອດັ່ງກ່າວ ເສັ້ນທາງການຕິດຕໍ່ເກີດຈາກທາງເດີນຫາຍໃຈ ເຊິ່ງຈະມີອາການໄຂ້ ໄອ ຈາມ ນ້ຳມູກຍ້ອຍ ແລະ ມີໄລຍະການບົ່ມເຊື້ອ 2-14 ວັນ ພະຍາດສະນິດນີ້ຈະບໍ່ສາມາດຂະຫຍາຍຕົວໄດ້ດົນ ຕໍ່ກັບສິ່ງທີ່ບໍ່ມີຊີວິດ ກໍລະນີທີ່ທຸກຄົນອອກຈາກບ້ານທຸກຄັ້ງ ຕ້ອງໄດ້ມີວິທີການປ້ອງກັນຢ່າງຖີ່ຖ້ວນ ເປັນຕົ້ນ ຕ້ອງໃຊ້ນ້ຳຢາລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ 70% ຂຶ້ນໄປ ໃສ່ຜ້າອັດປາກ-ດັງ ຫຼີກລ່ຽງໄປສະຖານທີ່ທີ່ມີຄົນແອອັດ ກິນອາຫານທີ່ປຸງສຸກສະອາດ ນຳໃຊ້ບ່ວງກາງ ຢຸດການເດີນທາງນຳໃຊ້ລົດສາທາລະນະ ຫ້າມໃຊ້ອຸປະກອນເຄື່ອງນຸ່ງຫົ່ມຮ່ວມກັນ ຫ້າມທັກທາຍກັນດ້ວຍການສຳຜັດມື ຄວນຮັກສາໄລຍະຫ່າງ ແລະ ກວດອຸນຫະພູມເປັນປະຈຳ ເພາະພະຍາດນີ້ເປັນພະຍາດທີ່ອັນຕະລາຍຮ້າຍແຮງ ບໍ່ທັນມີຢາວັກແຊັງປີ່ນປົວ ກໍລະນີມີອາການໄຂ້ ໄອຕ່າງໆ ຕ້ອງມີການແຍກຕົວອອກ ຕິດຕາມອາການ ແລ້ວລາຍງານເຖິງໜ່ວຍງານສະເພາະກິດທີ່ກ່ຽວຂ້ອງ ຮັບການຮັກສາຕາມອາການ.

ໂອກາດນີ້ ທ່ານ ພັນໂທ ມອນຕາວັນ ເລືອງສອນ ຮອງຫົວໜ້າຫ້ອງພະລາທິການທະຫານ ນວ ຍັງໄດ້ເຜີຍແຜ່ເອກະສານແບບຮ່າງ ສະຫຼຸບບັນຊີສະຖິຕິຊັບສິນຂອງລັດ ປະເພດພາຫະນະ ວັດຖຸອຸປະກອນທີ່ດິນ ແລະ ສິ່ງປຸກສ້າງຂອງລັດ ທີ່ຢູ່ໃນການຄຸ້ມຄອງນຳໃຊ້ທັງໝົດຂອງກອງບັນຊາການທະຫານ ນວ ຕື່ມອີກ.
# ຂ່າວ & ພາບ: ສະບາໄພ