ປູກໝາກນອດປອດສານພິດຂາຍ ສ້າງລາຍຮັບໃຫ້ແກ່ຄອບຄົວຫຼາຍລ້ານກີບ

   ທ່ານນາງ ມີ່ ກຸນລະວົງ ເຈົ້າຂອງສວນໝາກນອດປອດສານພິດປາກຊ່ອງ ໃຫ້ສຳພາດບໍ່ດົນມານີ້ວ່າ ປັດຈຸບັນ ໝາກໄມ້ທີ່ປູກພາຍໃນປະເທດມີຫຼາຍຊະນິດ ມີທັງປູກແບບໃຊ້ປຸ໋ຍເຄມີ ແລະ ປອດສານພິດ ພ້ອມກັນນັ້ນ ຄວາມຕ້ອງການຂອງຕະຫຼາດກໍເພີ່ມຂຶ້ນ ດັງນັ້ນ ຄອບຄົວຂອງຕົນເອງຈຶ່ງຫັນມາປູກໝາກນອດປອດສານພິດຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍປູກສັບຫວ່າງກັບຕົ້ນຖົ່ວລຽນທີ່ມີຢູ່ແລ້ວ ໃນເນື້ອທີ່ປະມານ 2 ເຮັກຕາ.

    ຫຼັງຈາກທີ່ປູກແລ້ວປະມານ 6 ເດືອນ ຈຶ່ງໃຫ້ຜົນຜະລິດ ສາມາດເກັບໄດ້ 400-500 ກິໂລຕໍ່ຊຸດ ແລະ ສາມາດເກັບໄດ້ຕະຫຼອດປີ ພາຍຫຼັງເກັບຜົນຜະລິດໄດ້ແລ້ວ ໄດ້ນຳມາຂາຍຢູ່ນະຄອນຫຼວງວຽງຈັນ (ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ) ນອກຈາກຂາຍໝາກນອດສົດແລ້ວ ຍັງຂາຍນໍ້າໝາກນອດສຳເລັດຮູບພ້ອມດື່ມ ແລະ ໝາກໄມ້ຕາມລະດູການທີ່ປູກພາຍໃນປະເທດນຳອີກ ສຳລັບລາຄາຂອງໝາກນອດແມ່ນອີງຕາມລາຄາທ້ອງຕະຫຼາດ ຜ່ານການຂາຍໄດ້ໄລຍະ 1 ເຫັນໄດ້ຂາຍດີພໍສົມຄວນ ສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ຫຼາຍລ້ານກີບ.

    ເມື່ອເຫັນວ່າຄວາມຕ້ອງການໝາກນອດຂອງຕະຫຼາດສູງຂຶ້ນ ຈຶ່ງໄດ້ວາງແຜນການຈະຂະຫຍາຍອອກຕື່ມອີກໃຫ້ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດໄດ້ ພ້ອມກັນນັ້ນ ກໍຈະສືບຕໍ່ປຸງແຕ່ງນໍ້າ ໝາກນອດໃຫ້ເປັນຜະລິດຕະພັນຂອງຄອບຄົວ ປັດຈຸບັນ ກຳລັງສຶກສາ ຮຽນຮູ້ວິທີ ຂັ້ນຕອນໃນການປຸງແຕ່ງເພື່ອໃຫ້ໄດ້ມາດຕະຖານ ແລະ ຮັບຮອງຂອງພາກສ່ວນກ່ຽວຂ້ອງເພື່ອໃຫ້ສາມາດຈຳໜ່າຍໃນຂອບເຂດທົ່ວປະເທດໄດ້ ເຖິງແມ່ນຜະລິດຕະພັນນໍ້າໝາກນອດທີ່ຕົນຜະລິດໄລຍະຜ່ານມາ ຈະສາມາດຈຳໜ່າຍໄດ້ແລ້ວກໍຕາມ ແຕ່ຍັງບໍສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າເທົ່າທີ່ຄວນ ເນື່ອງຈາກວ່າຍັງບໍມີກາໝາຍຈາກພາກສ່ວນກ່ຽວຂ້ອງ ດັ່ງນັ້ນ ທ່ານໃດຕ້ອງການນຳໄປຈຳໜ່າຍຕໍ່ ຕິດຕໍ່ໄດ້ທີ່ 020 9967 1768.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!