ແພດແຜນບູຮານຈີນ ຊ່ວຍນາງ ກູໄອ້ລີງ ໄດ້ຫຼຽນຄໍາ

    ການແຂ່ງຂັນຮອບຊີງຊະນະເລີດຂອງກີລາສະກີໃນທ່າຟຣີສະໄຕເພດຍິງ ໃນງານກີລາໂອແລມປິກລະ ດູໜາວ ຄັ້ງທີ 24 ທີ່ປັກກິ່ງ ວັນທີ 8 ກຸມພາ 2022 ນາງ ກູໄອ້ຫຼິງ ນັກກີລາສະກີຈີນ ສາມາດຍາດໄດ້ ຫຼຽນຄຳຫຼຽນ ເຊິ່ງເປັນການຄວ້າຫຼຽນຄໍາທຳອິດທີ່ນັກກີລາເພດຍິງຈີນໄດ້ຮັບໃນກີລາປະເພດສະກີ ໃນງານກີລາໂອແລມປິກລະດູໜາວ.

    ສະກີໃນທ່າຟຣີສະໄຕ ເປັນກີລາທີ່ຍາກສຸດຂີດ ທັງອັນຕະລາຍ ແລະ ສະຫຼັບຊັບບຊ້ອນ ຖ້າຢາກ ໄດ້ຮັບຜົນສຳເລັດ ນອກຈາກຕ້ອງມີພອນສະຫວັນ ເຝິກຊ້ອມຢ່າງເຄັ່ງຄັດ ແລະ ອາຫານການກິນຕາມຫຼັກ ວິທະຍາສາດແລ້ວ ວຽກງານຮັບປະກັນດ້ານການແພດຕ່າງໆ ເຊັ່ນ: ການປ້ອງກັນບໍ່ໃຫ້ບາດເຈັບ ການຟື້ນຟູສຸຂະພາບຕາມຫຼັກວິທະຍາສາດຫຼັງການບາດເຈັບ ແລະ ອື່ນໆ ແມ່ນສຳຄັນທີ່ສຸດ ໃນດ້ານນີ້ ຜູ້ ຊ່ຽວຊານພະແນກກະດູກໃນແພດແຜນບູຮານຈີນ ໄດ້ຊ່ວຍນາງ ກູໄອ້ຫຼິງ ຫຼາຍສົມຄວນ ເພື່ອໃຫ້ນາງສ້າງ ປະຫວັດສາດໃນກີລາປະເພດສະກີຂອງຈີນ.

    ປີ 2019 ນາງ ກູໄອ້ຫຼິງ ຮູ້ສຶກເຈັບແອວຫຼາຍ ຫຼັງຈາກເຝິກຊ້ອມເທື່ອໜຶ່ງ ແມ່ຂອງນາງຈຶ່ງໄດ້ເຊີນ ທ່ານ ຕົງລຽງເຈ໊ ທ່ານໝໍແພດແຜນບູຮານຈີນ ທີ່ເປັນຮອງຫົວໜ້າພະແນກກະດູກ ຂອງໂຮງໝໍແພດແຜນ ບູຮານຈີນ ແຂວງເຮີນານ ໄປຊ່ວຍປິ່ນປົວ ທ່ານ ຕົງລຽງເຈ໊ ໄດ້ນວດປິ່ນປົວໃຫ້ນາງ ກູໄອ້ຫຼິງ ດ້ວຍວິທີ ປົວກະດູກແບບວັດຊ້າວລິນ ເຊິ່ງເປັນວິທີແຜນບູຮານຈີນ ຈິ່ງເຮັດໃຫ້ນາງຕົກສະເງີ້ວ່າ: “ຫຼັງ ແລະ ແອວບໍ່ ເຄີຍສະບາຍປານນີ້ຈັກເທື່ອ ເໝືອນດັ່ງໄດ້ປ່ຽນກະດູກຫຼັງໃໝ່.”

    ວິທີປົວກະດູກແບບວັດເສົາຫຼິນ ແມ່ນວິທີປິ່ນປົວຊະນິດໜຶ່ງຂອງແພດແຜນບູຮານຈີນ ທ່ານໝໍຜູ້ໃຊ້ວິ ທີນີ້ ຕ້ອງໃຊ້ສີມືທີ່ຊຳນິຊຳນານ ເຮັດໃຫ້ກະດູກທີ່ຫັກແລ້ວກັບຄືນສູ່ບ່ອນປົກກະຕິຢ່າງຖືກຕ້ອງ ແລະ ປິ່ນ ປົວເນື້ອເຍື່ອທີ່ບາດເຈັບແລ້ວ ອົງການກີລາແຫ່ງຊາດຈີນ ໄດ້ເຊີນທ່ານ ຕົງລຽງເຈ໊ ເປັນທ່ານໝໍປະຈຳທິມ ຊາດ ເຂົ້າຮ່ວມງານກີລາໂອແລມປິກລະດູໜາວ ປີ 2022 ເຊິ່ງໃນໄລຍະກະກຽມເຂົ້າຮ່ວມງານເພິ່ນ ພ້ອມ ກັບນັກກີລາທັງຫຼາຍ ໄປຮອດປະເທດຍີ່ປຸ່ນ ນູແວນເຊລັງ ແລະ ປະເທດອື່ນໆ ພ້ອມທັງໄດ້ເອົາວິທີປິ່ນປົວ ພະຍາດກະດູກຂອງແພດແຜນບູຮານຈີນ ໄປປະສົມປະສານກັບແພດສາດດ້ານກີລາ ໂພຊະນາການດ້ານ ກີລາ ແລະ ຈິດຕະສາດດ້ານກີລາ ນອກນີ້ ເພື່ອໃຫ້ສາມາດປິ່ນປົວໃຫ້ນັກກີລາໄດ້ທັນ ເວລາ ທ່ານ ຕົງ ລຽງເຈ໊ ຍັງໄດ້ຮຽນສະກີເປັນພາຍໃຕ້ການສອນຂອງຄູເຝິກ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!