ຫາລືຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ 4 ແຂວງ

    ກອງປະຊຸມຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງໄຊສົມບູນ ກັບແຂວງຫຼວງພະບາງ ແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ ຈັດຂຶ້ນລະຫວ່າງວັນທີ 10-11 ກຸມພາ 2022 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ຂອງກະຊວງພາຍໃນ ແລະ 4 ແຂວງ ຫົວໜ້າກົມ-ຮອງກົມ ຫົວໜ້າພະແນກ-ຮອງພະແນກ ທ່ານເຈົ້າເມືອງ ຫົວໜ້າ-ຮອງຫົວພະແນກພາຍໃນ ຫົວໜ້າຫ້ອງການພາຍໃນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊູມຄັ້ງນີ້ ແມ່ນປະຕິບັດຕາມຜົນຂອງກອງປະຊຸມການກໍານົດເຂດແດນເຊື່ອມຕໍ່ລະຫວ່າງແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ ແລະ ແຂວງໄຊສົມບູນ ກັບ ແຂວງບໍລິຄຳໄຊ ຄັ້ງວັນທີ 2 ກຸມພາ 2021 ໂດຍໄດ້ມີການປຶກສາຫາລື ແລະ ຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ ແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ. ນອກຈາກນີ້ ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືຫຼາຍບັນຫາ ໂດຍໄດ້ຍົກເອົາບາງບັນຫາ ບາງຈຸດ ມາພິຈາລະນາ ແລະ ເປັນເອກະພາບກັນເຊັ່ນ ໄດ້ພ້ອມກັນຄົ້ນຄວ້າຈຸດຄົບເສັ້ນເຂດແດນເຊື່ອມຕໍ່ຢູ່ 2 ຈຸດຄື ຈຸດຄົບ (ຈຸດເຊື່ອມຕໍ່) ແຂວງໄຊສົມບູນ-ຫຼວງພະບາງ-ວຽງຈັນ ແມ່ນໄດ້ເຫັນດີເປັນເອກະພາບກຳນົດເອົາຢູ່ຈຸດຈອມພູມາຢາ ໄດ້ຕົກລົງເປັນເອກະພາບກໍານົດຈຸດຄົບຢູ່ຈຸດສູງ 882 ເຊິ່ງເປັນຈຸດຄົບ ແຂວງໄຊສົມບູນ-ວຽງຈັນ-ບໍລິຄຳໄຊ ພ້ອມນັ້ນ ກໍໄດ້ພັນລະນາເຂດແດນເຊື່ອມຕໍ່ລະຫວ່າງແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ ແຂວງໄຊສົມບູນ ກັບ ແຂວງວຽງຈັນ ກວດກາ ແລະ ພັນລະນາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ. 

    ຕອນທ້າຍກອງປະຊຸມ ກໍໄດ້ພ້ອມກັນຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລົງໃນແຜນທີ່ພູມສັນຖານ ມາດຕາສ່ວນ 1:100.000 ແລະ ໄດ້ມີພິທີເຊັນບົດບັນທຶກຮ່ວມກັນເພື່ອເປັນຫຼັກຖານ ແລະ ຂໍ້ມູນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!