70 ກວ່າຄົນ ເສຍຊີວິດຍ້ອນອຸບັດເຫດໃນທົ່ວປະເທດ

ຂໍ້​ມູນ​ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຈ້ງ​ໃຫ້​ຊາບ​ວັນ​ທີ 13 ພຶດ­ສະ­ພາ 2020 ວ່າ: ໃນ​ເດືອນ​ເມ­ສາ 2020 ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 435 ລາຍ ມີ​ຄົນ​ເສຍ​ຊີ­ວິດ 71 ຄົນ ໂດຍ​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັບ​ດັບ​ການ​ເກີດ​ອຸ­ບັດ​ຕິ​ເຫດ ແລະ ຄົນ​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ແຂວງ​ອື່ນ.

ການ​ເກີດ​ອຸ­ບັດ­ເຫດ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ 719 ຄັນ ໃນ​ນີ້​ເປ່​ເພ​ເລັກ​ໜ້ອຍ 320 ຄັນ ສົມ­ຄວນ 376 ຄັນ ໃຊ້​ການ​ບໍ່​ໄດ້ 23 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ 557 ຄົນ ໃນ​ນີ້​ບາດ­ເຈັບ​ເລັກ​ໜ້ອຍ 243 ຄົນ ສົມ­ຄວນ 227 ຄົນ ສາ­ຫັດ 87 ຄົນ ເສຍ​ຊີ­ວິດ 71 ຄົນ ຍິງ 8 ຄົນ ເຊິ່ງ​ສາ­ເຫດ​ຕົ້ນ­ຕໍ​ຂອງ​ການ​ເກີດ​ອຸ­ບັດ­ເຫດແມ່ນ​ເມົາ​ແລ້ວ​ຂັບ ຂັບ​ຂີ່​ໄວ​ເກີດ​ກຳ­ນົດ ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ ບໍ່​ໃຫ້​ກຽດ​ກັບ​ຜູ້​ໃຊ້​ເສັ້ນ­ທາງ​ຮ່ວມ​ກັນ ແຊງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ.

ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ທຸກ​ຄົນ​ຮ່ວມ​ໃຈ​ກັນ ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ສິ່ງ​ສຳ­ຄັນ​ແມ່ນ​ບໍ່​ໃຫ້​ປະ­ໝາດ ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ.

error: Content is protected !!