
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ໄຂກອງປະຊຸມຄົບຄະນະບໍລິຫານງານວຽກງານເຕັກນິກ ນຳພາຄະນະນຳສະຫະພັນກີລາ ຄູເຝິກ ແລະ ນັກກີລາ ຊຸດກຽມຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທ້າຍອາທິດຜ່ານມາ ຢູ່ພະແນກສຶກສາທິການ ແລະ ກີລາ ນວ (ບຶງຂະຫຍອງ) ໂດຍການເປັນປະທານຂອງທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີທ່ານ ກອງແກ້ວ ແຫ່ງດາວົງໄຊ ຫົວໜ້າຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຄະນະ ແລະ ບັນດາຄະນະຮັບຜິດຊອບວຽກງານເຕັກນິກເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມພອນ ສອນດາລາ ກ່າວວ່າ: ເຖິງວ່າລັດຖະບານ ໄດ້ມີການແຈ້ງການປະກາດເລື່ອນການແຂ່ງຂັນ ຊຽງຂວາງ ເກມ ເຊິ່ງໃນເບື້ອງຕົ້ນ ຈະຈັດໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ອອກໄປແບບບໍ່ມີກຳນົດກໍຕາມ ແລະ ພວກເຮົາກໍໄດ້ມີການລົງທຶນເຫື່ອແຮງອອກໄປຢ່າງມະຫາສານ ໂດຍສະເພາະ ຄູເຝິກ ແລະ ນັກກີລາ ໄດ້ພາກັນທຸ້ມເທຢ່າງສຸດກົກສຸດປາຍ ເຂົ້າໃນການເກັບຕົວເຝິກຊ້ອມຢ່າງໜັກໜ່ວງ ເພື່ອບໍ່ໃຫ້ການທຸ້ມເທດັ່ງກ່າວ ສູນເສຍໄປ ກໍຂໍຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຝ່າຍ ຈົ່ງພ້ອມພຽງກັນເພີ່ມທະວີຄວາມເອົາໃຈໃສ່ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີກຽດ ແລະ ເຮັດໃຫ້ປາກົດຜົນເປັນຈິງ ໂດຍສະເພາະຕ້ອງມີການກວດກາຄືນທາງດ້ານອຸປະກອນເຝິກຊ້ອມກີລາ ໃຫ້ຄົບຖ້ວນຕາມຈຳນວນທີ່ຂຶ້ນແຜນໄວ້ເບື້ອງຕົ້ນ ສ່ວນຜູ້ຮັບຜິດຊອບຕິດຕາມກີລາ 28 ປະເພດ ກໍຕ້ອງເສຍສະຫຼະລົງຕິດຕາມກວດການັກກີລາ ເພື່ອໃຫ້ເຂົາເຈົ້າໄດ້ມີການ ເຄື່ອນໄຫວເຝິກຊ້ອມໃນຕົ້ນສັງກັດຂອງຕົນເອງໃຫ້ສະໝ່ຳສະເໝີ ແລະ ປົກກະຕິ ເພື່ອຮັກສາສະມັດ ຖະພາບຮ່າງກາຍ ໃຫ້ສົມບູນແຂງແຮງ ແລະ ກຽມພ້ອມທຸກສະຖານະການ ເຂົ້າຮ່ວມຊຽງຂວາງເກມ.
ສຳລັບການປະກາດເລື່ອນງານກີລາ ຊຽງຂວາງ ເກມ ຄັ້ງນີ້ ແມ່ນອີງໃສ່ສະພາບຂອງໂລກປັດຈຸບັນ ກຳລັງຂັບຂັນປະເຊີນໜ້າກັບການແຜ່ລະບາດຂອງພະຍາດ ເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ຢ່າງຮຸນແຮງ ແລະ ໄດ້ກໍໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງໃນຫຼາຍປະເທດ ດັ່ງນັ້ນ ອົງການອະນາໄມໂລກ ໄດ້ມີການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ມີການປ້ອງກັນໃຫ້ດີ ແລະ ຈຳກັດການໂຮມຊຸມນຸມຂອງຄົນຈຳນວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ເວົ້າລວມ ເວົ້າສະເພາະໃນ ສປປ ລາວ ຂອງພວກເຮົາ ມາເຖິງປັດຈຸບັນຍັງບໍ່ທັນມີກໍລະນີຕິດເຊື້ອພະຍາດດັ່ງກ່າວ ແຕ່ຢູ່ບັນດາປະເທດອ້ອມຂ້າງພວກເຮົາ ແມ່ນມີການລະບາດຂອງເຊື້ອພະຍາດດັ່ງກ່າວແລ້ວເປັນວົງກວ້າງ ຖ້າຫາກມີການໂຮມຊຸມນຸມໃຫຍ່ ຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ຖ້າເຮົາບໍ່ມີມາດຕະການປ້ອງກັນທີ່ດີ ຍ້ອນເຫັນໄດ້ໄພອັນຕະລາຍເຊັ່ນນັ້ນ ລັດຖະບານ ກໍຄືຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຫ້ອງວ່າການສູນກາງພັກ ຈຶ່ງໄດ້ອອກແຈ້ງການໃຫ້ເລື່ອນການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນໃນວັນທີ 22 ມີນາ 2020 ທີ່ແຂວງຊຽງຂວາງເປັນເຈົ້າພາບ ອອກໄປກ່ອນ ຈົນກວ່າສະພາບການລະບາດຂອງພະຍາດດັ່ງກ່າວ ຈະຖືກຄວບຄຸມ.