ນະຄອນຫຼວງ ໂຈະການສອບເສັງນັກຮຽນເກ່ງລະດັບຊາດ 

    ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດໃນວັນທີ 12 ມີນາ 2020 ທີ່ພະແນກສຶກສາທິການ ແລະ ກິລາ ນວ ວ່າ: ໂດຍອີງໃສ່ແຈ້ງການຂອງຫ້ອງການ ກະຊວງສຶກສາທິການ ແລະ ກີລາ ເຖິງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ນະຄອນຫຼວງ ເລື່ອງການໂຈະການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2019-2020 ແລະ ອີງຕາມໜັງສືແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19

ເພື່ອເປັນການປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ທີ່ກໍາລັງລະບາດໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະເທດໃນໂລກ ສະນັ້ນ ທາງພະແນກສຶກສາທິການ ແລະ ກີລາ ນວ ຈຶ່ງໄດ້ໂຈະການສອບເສັງແຂ່ງຂັນ ນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2019-2020 ເຊິ່ງໄດ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນມັດທະຍົມສຶກສາພາຍໃນ ນວ ພ້ອມທັງປະຕິບັດນະໂຍບາຍຕໍ່ນັກຮຽນເກ່ງຕາມລະບຽບທີ່ກໍານົດ ມອບໃບຍ້ອງຍໍ ໃບຢັ້ງຢືນ ເງິນລາງວັນ ທຶນການສຶກສາ ແລະ ອື່ນໆຕາມຄວາມໝາະສົມ.

ສ່ວນການສັບຊ້ອນນັກຮຽນເກ່ງ ມ4 ເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍ ຫ້ອງພອນສະຫວັນ ໂຮງຮຽນມັດທະຍົມສົມບູນພອນສະຫວັນຂອງແຂວງ ມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ ມັດທະຍົມສົມບູນວຽງຈັນ ນະຄອນຫຼວງວຽງຈັນ ແລະ ສັບຊ້ອນນັກຮຽນເກ່ງ ມ7 ເຂົ້າຮຽນມະຫາວິທະຍາໄລ ໃນທຶນການສຶກສາຕາມການແບ່ງປັນຂອງແຂວງນັ້ນ ລາຍລະອຽດແມ່ນທາງກົມສາມັນ ກະຊວງສຶກສາທິການ ແລະ ກີລາ ຈະພິຈາລະນາຂັ້ນຕໍ່ໄປ ປັດຈຸບັນທາງພະແນກສຶກສາທິການ ແລະ ກີລາ ນວ ໄດ້ລາຍງານຜົນການສອບເສັງໃຫ້ກົມສາມັນສຶກສາເປັນທີ່ຮຽບຮ້ອຍແລ້ວ ແລະ ຄາດວ່າຈະມີການປະກາດຜົນການສອບເສັງນັກຮຽນເກ່ງຂັ້ນ ນວ ໃນໂອກາດອັນໃກ້ນີ້.

ພາບ- ຂ່າວ: ບຸນມີ

error: Content is protected !!