
ພິທີຖະແຫຼງຂ່າວເປີດທີມໃໝ່ສະໂມສອນຊ້າງນ້ອຍ ຈັດຂຶ້ນໃນວັນທີ 10 ມີນາ 2020 ທີ່ຮ້ານອາຫານຊັນທາຣາ ນະຄອນຫຼວງວຽງຈັນ ຮ່ວມຖະແຫຼງຂ່າວໂດຍທ່ານ ເຈສັນ ຣິມ ປະທານສະໂມສອນຊ້າງນ້ອຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ປະທານບໍລິສັດ ທີພລັສ ທ່ານ ບຸນລັບ ເຄນກິຕິສັກ ຫົວໜ້າຄູເຝິກສອນສະໂມສອນ ຊ້າງນ້ອຍ ມີບັນດາຄູເຝິກ ນັກກີລາ ແລະ ນັກທຸລະກິດ ເຂົ້າຮ່ວມ.
ທ່ານ ເຈສັນ ຣິມ ກ່າວວ່າ: ສະໂມສອນຊ້າງນ້ອຍ ແມ່ນສະໂມສອນເນັ້ນການພັດທະນານັກກີລາບານເຕະລາວ ໂດຍໄດ້ຮັບການສ້າງຕັ້ງຂຶ້ນປີ 2018 ໂດຍແມ່ນຂ້າພະເຈົ້າເປັນຜູ້ສ້າງຕັ້ງຂຶ້ນເພື່ອປະກອບ ສ່ວນເຂົ້າໃນວຽກງານພັດທະນາວຽກງານກີລາລາວ ໂດຍສະເພາະກີລາເຕະບານໃຫ້ມີຄວາມກ້າວສູງຂຶ້ນ ປັດຈຸບັນມີນັກກີລາສາມຮຸ່ນຄື: ຮຸ່ນອາຍຸ 16 ປີ 17 ປີ ແລະ 18 ປີ ຜ່ານມາໄດ້ເຂົ້າຮ່ວມແຂ່ງຂັນລາວລີກເຊິ່ງໄດ້ອັນດັບທີ 3.
ທ່ານ ບຸນລັບ ເຄນກິຕິສັກ ກ່າວວ່າ: ປີ 2020 ສະໂມສອນຊ້າງນ້ອຍໄດ້ມີການເຝິກຊ້ອມຢ່າງພິເສດ ໂດຍໄດ້ເຊື້ອເຊີນເອົານັກກີລາບານເຕະຈາກຕ່າງປະເທດ ມາແລກປ່ຽນບົດຮຽນໃຫ້ນັກກີລາໃນທີມສະໂມສອນດັ່ງກ່າວ ເພື່ອສ້າງຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນລາວລີກ ຈັດຂຶ້ນປີ 2020 ໂດຍໄດ້ຕັ້ງຄວາມຄາດຫວັງໃນການຄວ້າແຊັມໃຫ້ໄດ້ ສະນັ້ນຈຶ່ງໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວົງການກີລາເຕະບານໃນລາວ ໃຫ້ສຸດຄວາມສາມາດຫວັງເປັນຢ່າງຍິ່ງວ່າ ໃນອະນາຄົດຂ້າງໜ້າລາວເຮົາ ຈະສາມາດພັດທະນາເປັນກີລາເຕະບານອາຊີບ ໄດ້ຢ່າງເປັນຮູບປະທຳ ເພື່ອເປັນການອຸປະຖຳກີລາລາວ ຍົກສູງຂຶ້ນເລື້ອຍໆ.
ທ່ານ ລັດຖະປັນຍາ ຂຽວວົງພະຈັນ ກ່າວວ່າ: ການສະໜັບສະໜູນສະໂມສອນຊ້າງນ້ອຍຄັ້ງນີ້ເປັນປີທຳອິດ ແລະ ບໍລິສັດຍັງຈະສືບຕໍ່ໃຫ້ການສະໜູນຕື່ມອີກ ໃນໂອກາດຕໍ່ໄປໂດຍຈະປະເມີນຈາກຜົນ ງານຂອງນັກກີລາທີ່ສ້າງໄດ້ໃນແຕ່ລະໄລຍະເປັນຫຼັກ ໃຫ້ເປັນຜົນປະໂຫຍດສູງສຸດໃນການພັດທະນານັກກີລາບານເຕະລາວ ໃຫ້ກ້າວຂຶ້ນເລື້ອຍໆ.
ຕອນທ້າຍພິທີຍັງໄດ້ເຊັນສັນຍາລະຫວ່າງບໍລິສັດ ທີພລັສ ແລະ ສະໂມສອນຊ້າງນ້ອຍ ເພື່ອສະໜັບສະໜູນຫຼັກໃຫ້ແກ່ສະໂມສອນດັ່ງກ່າວ ປະກອບສ່ວນເຂົ້າພັດທະນາກີລາບານເຕະລາວ ຕື່ມອີກ.