ຫັນອາຊີບເຮັດນາ ມາປູກພືດຜັກກະສິກຳອິນຊີ ສ້າງລາຍຮັບໄດ້ຕະຫຼອດປີ

ປັດ­ຈຸ­ບັນ ກະ­ສິ­ກຳ​ອິນ​ຊີ ບໍ່​ວ່າ​ຈະ​ເປັນ​ພືດ ຜັກ ໝາກ​ໄມ້​ຊະ­ນິດ​ຕ່າງໆ ກຳ­ລັງ​ເປັນ​ທີ່​ຕ້ອງ­ການ​ຂອງ​ຜູ້​ບໍ­ລິ­ໂພກ ເນື່ອງ​ຈາ​ກວ່າ​ໄດ້​ສົ່ງ​ຜົນ​ດີ​ຕໍ່​ຜູ້​ຜະ­ລິດ ຜູ້​ບໍ­ລິ­ໂພກ ແລະ ສິ່ງ­ແວ­ດລ້ອມ ເຮັດ​ໃຫ້​ເສດ­ຖະ­ກິດ​ຂອງ​ຄອບ­ຄົວ​ດີ​ຂື້ນ ປະ­ຢັດ​ຕົ້ນ​ທຶນ ກະ­ສິ­ກຳ​ອິນ​ຊີ ເປັນ​ການ​ຜະ­ລິດ​ທີ່​ບໍ່​ນຳ​ໃຊ້​ສານ​ເຄ​ມີ​ທຸກ​ຢ່າງ ໃຊ້​ນ້ຳ​ໝັກ​ຊີ­ວະ​ພາບ ໃຊ້​ຝຸ່ນ​ບົ່ມ​ເພື່ອ​ປັບ­ປຸງ​ດິນ​ໃຫ້​ດິນ​ງາມ ແລະ ໃຊ້​ນ້ຳ​ສະ­ອາດ.

ນາງ ໜັ່ນ ບ້ານ​ທ່າ​ຊ້າງ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວ່າ ຄອບ­ຄົວ​ຂອງ​ຕົນ​ເລີ່ມ​ປູກ​ກະ­ສິ­ກຳ​ອິນ​ຊີ​ມາ​ປະ­ມານ 2 ປີ ໂດຍ​ປູກ​ຫອມ­ປ້ອມ ຫອມ​ບົ່ວ ຜັກ​ກາດ ຫົວ​ກະ​ລົດ ແລະ ອື່ນໆ ໃນ​ເນື້ອ­ທີ່​ປະ­ມານ 1 ໄລ່ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 1 ລ້ານ​ກວ່າ​ກີບ ລວມ​ທັງ​ຕົ້ນ​ທຶນ ອາ­ທິດ​ໜຶ່ງ​ຂາຍ 2 ຄັ້ງ ກ່ອນ​ໜ້າ​ນີ້​ແມ່ນ​ຖື​ອາ­ຊີບ​ເຮັດ​ນາ ເນື່ອງ​ຈາກ​ວ່າ­ການ​ເຮັດ​ນາ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ບາງ​ປີ​ຖືກ​ນ້ຳ​ຖ້ວມ ບາງ​ປີ​ແຫ້ງ­ແລ້ງ ດັ່ງ­ນັ້ນ​ຈຶ່ງ​ຕັດ­ສິນ​ໃຈ​ມາ​ປູກ​ພືດ​ກະ­ສິ­ກຳ​ອິນ​ຊີ​ແທນ ເຊິ່ງ​ການ​ປູກ​ຜັກ​ແມ່ນ​ໄດ້​ຂາຍ​ຕະ­ຫຼອດ​ປີ ພາຍ­ຫຼັງ​ທີ່​ຫັນ​ມາ​ປູກ​ພືດ​ຜັກ​ປອດ​ສານ­ພິດ ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຄອບ­ຄົວ​ດີ​ຂຶ້ນ​ເປັນ​ກ້າວໆ ພ້ອມ​ນີ້​ຍັງ​ດີ​ຕໍ່​ສຸ­ຂະ­ພາບ​ຂອງ​ຜູ້​ປູກ ແລະ ຜູ້​ບໍ­ລິ­ໂພກ​ອີກ​ດ້ວຍ.

ຄຽງ​ຄູ່​ກັນ​ນີ້ ການ​ປູກ​ຜັກ​ກະ­ສິ­ກຳ​ອິນ​ຊີ ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ເປັນ­ຕົ້ນ​ແມ່ນ​ສັດ­ຕູ​ພືດ​ທຳ­ລາຍ ໂດຍ​ສະ­ເພາະ​ແມ່ນ​ລະ­ດູ­ຝົນ ການ​ກະ­ກຽມ​ດິນ ການ​ກ້າ​ເບ້ຍ​ຕ່າງໆ ນັບ​ແຕ່​ພຶດ­ສະ­ພາ​ນີ້​ໄປ​ຫາ​ເດືອນ​ກັນ­ຍາ ພືດ​ຜັກ​ປູກ​ຍາກ​ຂຶ້ນ ປູກ​ຫຼາຍ​ໄດ້​ໜ້ອຍ ຕ້ອງ​ໄດ້​ດຸ­ໝັ່ນ​ອົດ­ທົນ​ພະ­ຍາ­ຍາມ​ໃນ​ການ​ບົວ­ລະ­ບັດ​ຮັກ­ສາ ສະ­ນັ້ນ ສິນ­ຄ້າ​ບາງ​ປະ­ເພດ​ຈຶ່ງ​ມີ​ລາ­ຄາ​ແພງ​ຂຶ້ນ​ເລັກ​ໜ້ອຍ.

# ຂ່າວ & ພາບ: ອົ່ນ ໄຟ​ສົນ​ທອງ

error: Content is protected !!