ນວ ກຽມພ້ອມວຽກງານຕ້ານແລ້ງ-ຕ້ານຖ້ວມ ເພື່ອຮັບປະກັນການຜະລິດລະດູຝົນ

ເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ການ​ຜະ­ລິດ​ລະ­ດູ­ຝົນ ໂດຍ​ສະ­ເພາະ​ການ​ຜະ­ລິດ​ເຂົ້າ­ນາ​ປີ 2020 ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ຂະ­ແໜງ­ການ​ກ່ຽວ­ຂ້ອງ ກໍ​ໄດ້​ກະ­ກຽມ​ຄວາມ​ພ້ອມ​ທຸກ​ດ້ານ ເພື່ອ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ແຕ່​ຫົວ­ທີ ໃນ​ນີ້ ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ສຸມ​ໃສ່​ການ​ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ໃນ​ການ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ໃນ​ລະ­ດູ­ຝົນ​ປີ​ນີ້ ເພື່ອ​ຮັບ­ປະ­ກັນ​ໃຫ້​ມີ​ນ້ຳ​ພຽງ­ພໍ​ເພື່ອ​ເນື້ອ­ທີ່​ການ​ຜະ­ລິດ.

ທ່ານ ບຸນ​ຖະ­ໜອມ ທຸມ​ມະ​ວົງ ຮອງ​ຫົວ­ໜ້າ​ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໃຫ້​ສຳ­ພາດ​ວັນ​ທີ 12 ພຶດ­ສະ­ພາ 2020 ວ່າ: ເດືອນ​ສິງ­ຫາ 2019 ໄດ້​ເກີດ​ມີ​ສະ­ພາບ​ນ້ຳ​ຖ້ວມ​ຂັງ​ຢູ່​ຫຼາຍ​ເມືອງ​ຄື: ໄຊ​ທາ­ນີ ປາກ​ງື່ມ ນາ​ຊາຍ​ທອງ ແລະ ຫາດ​ຊາຍ​ຟອງ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້­ການ​ຜະ­ລິດ​ລະ­ດູ­ຝົນ ໃນ​ນີ້​ນາ­ປີ​ເນື້ອ­ທີ່ 2.557 ເຮັກ­ຕາ ໜອງ​ປາ 70 ເຮັກ­ຕາ ຟາມ​ໄກ່ 80.000 ໂຕ ຊົນ­ລະ­ປະ­ທານ 10 ສະ­ຖາ­ນີ ລວມ​ມູນ​ຄ່າ​ເສຍ​ຫາຍ 43,75 ຕື້​ກີບ ສະ­ເພາະ​ປີ 2020 ກໍ​ເກີດ​ມີ​ສະ­ພາບ​ໄພ​ແຫ້ງ­ແລ້ງ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ຈຶ່ງ​ໄດ້​ອອກ​ແຈ້ງ​ການ​ລົງ​ວັນ​ທີ 8 ພຶດ­ສະ­ພາ 2020 ເຖິງ​ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ 9 ເມືອງ ໂຄງ­ການ ສູນ ສະ­ຖານ​ນີ​ອ້ອມ​ຂ້າງ ເພື່ອ​ກະ­ກຽມ​ຕ້ານ​ແລ້ງ-ຕ້ານ​ຖ້ວມ ປີ 2020 ເຊິ່ງ​ວຽກ​ຕ້ານ​ແລ້ງ​ໄດ້​ມອບ​ໃຫ້​ຂະ­ແໜງ​ຊົນ­ລະ­ປະ­ທານ ສົມ­ທົບ​ກັບ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ໂຄງ­ການ ສູນ ສະ­ຖາ­ນີ ລົງ​ກວດ­ກາ​ລະ­ບົບ​ຫົວ​ງານ​ສູບ​ນ້ຳ​ອ່າງ­ເກັບ­ນ້ຳ ເປັນ­ຕົ້ນ​ກວດ­ກາ​ໂປມ​ກະ​ແລັດ ລະ­ບົບ​ໄຟ­ຟ້າ​ປະ­ຕູ​ນ້ຳ ເພື່ອ​ໃຫ້​ມີ​ຄວາມ​ພ້ອມ​ໃນ​ການ​ເກັບ​ກັກ​ນ້ຳ​ຮັບ​ໃຊ້​ການ​ຜະ­ລິດ ໂດຍ​ປີ​ນີ້ ເນື້ອ­ທີ່​ແຜນ­ການ​ວາງ​ໄວ້ 52.000 ເຮັກ­ຕາ ສ່ວນ​ເນື້ອ­ທີ່​ຂອບ​ເຂດ​ຊົນ­ລະ­ປະ­ທານ 84 ແຫ່ງ ທີ່​ສະ­ມາດ​ສະ­ໜອງ​ນ້ຳ​ໃຫ້​ທີ່​ປະ­ມານ 20.000 ເຮັກ­ຕາ ແລະ ເນື້ອ­ທີ່​ທີ່​ເຫຼືອ​ນັ້ນ ໄດ້​ປຸກ­ລະ­ດົມ​ໃຫ້​ປະ­ຊາ­ຊົນ​ຕັນ​ຫ້ວຍ­ຮ່ອງ​ຄອງ​ບຶງ ຂຸດ​ໜອງ​ສະ ເພື່ອ​ເກັບ​ກັກ​ນ້ຳ​ໃຊ້​ຈັກ​ນ້ຳ­ມັນ​ດູດ​ນຳ​ໃສ່​ເນື້ອ­ທີ່​ການ​ຜະ­ລິດ​ຂອງ​ໃຜ­ລາວ.

ສຳ­ລັບ​ປີ 2020 ນີ້ ໄດ້​ຮັບ​ເງິນ​ຮ່ວງ​ໄພ­ພິ­ບັດ 7 ໂຄງ­ການ ຄື: ໂຄງ­ການ​ຟື້ນ​ຟູ​ສ້ອມ­ແປງ​ປະ­ຕູ​ນ້ຳ​ຫ້ວຍ​ໃໝ່ ບ້ານ​ໝາກ​ນາວ ແລະ ໂຄງ­ການ​ສ້ອມ­ແປງ​ລະ­ບົບ​ຈັກ­ສູບ­ນ້ຳ​ຕ້ານ​ແລ້ງ 6 ແຫ່ງ ຄື: ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ຢູ່​ບ້ານ​ນາ­ລ້ອງ 2 ເມືອງ​ຫາດ​ຊາຍ​ຟອງ ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ບ້ານ​ໂນນ​ຊາຍ ເມືອງ​ປາກ​ງື່ມ ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ບ້ານ​ໄຮ່ ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ບ້ານ​ເວີນ​ຄຳ ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ບ້ານ​ຫາດ​ວຽງ​ຄຳ ແລະ ໂຄງ­ການ​ສ້ອມ­ແປງ​ຈັກ­ສູບ­ນ້ຳ​ບ້ານ​ນາ​ແຖ ເມືອງ​ໄຊ​ທາ­ນີ ໂດຍ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ໄດ້ 1 ເດືອນ​ແລ້ວ ແລະ ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ກໍ­ລະ­ກົດ 2020 ນອກ​ນີ້ ຍັງ​ໄດ້​ຮັບ​ເງິນ​ຈາກ​ກອງ​ທຶນ​ສິ່ງ­ແວ­ດລ້ອມ 80 ລ້ານ​ກີບ ລວງ​ຮ່ອງ​ລະ­ບາຍ​ນ້ຳ​ບຶງ​ທາດ­ຫຼວງ ແຕ່​ສູນ​ການ​ຄ້າ​ອາ​ຊຽນ​ມໍ-ຂົວ​ໜອງ​ໜ່ຽງ ຍາວ 3.800 ແມັດ ໂດຍ​ຂະ­ແໜງ​ຊົນ­ລະ­ປະ­ທານ​ຮ່ວມ​ກັບ​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ ນອກ​ນີ້​ຍັງ​ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ປຸກ­ລະ­ດົມ​ກຸ່ມ​ຜູ້­ນຳ​ໃຊ້​ນ້ຳ ແລະ ປະ­ຊາ­ຊົນ​ອະ­ນາ­ໄມ​ລວງ​ຄອງ­ເໝືອງ ປະ­ຕູ​ນ້ຳ ຈຸດ​ອຸດ​ຕັນ​ຕື້ນ​ເຂີນ ແລະ ກວດ­ກາ​ປະ­ຕູ​ນ້ຳ​ເຂດ​ເລາະ​ນ້ຳ­ຂອງ ນ້ຳ​ງື່ມ ເພື່ອ​ໃຫ້​ນ້ຳ​ໄຫຼ​ສະ­ດວກ​ໃນ​ລະ­ດູ­ຝົນ ໂດຍ​ຂະ­ແໜງ​ຊົນ­ລະ­ປະ­ທານ ໄດ້​ມີ​ມາດ​ຕະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ເພື່ອ​ມີ​ຄວາມ​ຮັບ­ປະ­ກັນ​ໃນ​ການ​ຕ້ານ​ແລ້ງ-ຕ້ານ​ຖ້ວມ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!