ພະແນກສາທາລະນະສຸກ ນວ ໄດ້ຮັບການປະກອບສວ່ນອຸປະກອນ ແລະ ຢາປົວພະຍາດໂຄວິດ-19

     ບໍລິສັດ ດີດີພີ ຈະເລີນຊັບ ຈໍາກັດ ໄດ້ນໍາອຸປະກອນການແພດ ແລະ ຢາປົວພະຍາດໂຄວິດ-19 ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ວັນທີ 11 ກຸມພາ 2022 ທີ່ພະແນກດັ່ງກ່າວ ໂດຍການມອບຂອງທ່ານ ທອງຄໍາ ພຸດທະວົງ ປະທານ ບໍລິສັດ ດີດີພີ ຈະເລີນຊັບ ຈໍາກັດ ແລະ ຕາງໜ້າຮັບຂອງທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ມີທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ອຸປະກອນການແພດທີ່ນໍາມາມອບຄັ້ງນີ້ປະກອບມີ ຢາປົວພະຍາດໂຄວິດ-19 Molnupiravir 200 mg ຈຳນວນ 20 ກັບ ມູນຄ່າ 30.000.000 ກີບ ເຄື່ອງກວດໂຄວິດແບບໄວ ATK ຈຳນວນ 80 kit ມູນຄ່າ 4.000.0000 ກີບ ແລະ ຜ້າອັດປາກ-ອັດດັງ 50 ກັບ ມູນຄ່າ 2.500.000 ກີບ ລວມທັງໝົດ 36.500.000 ກີບ. ທ່ານ ທອງຄໍາ ພຸດທະວົງ ກ່າວວ່າ:ບໍລິສັດ ດີດີພີ ຈະເລີນຊັບ ຈໍາກັດ ເປັນບໍລິສັດທີ່ຈໍາໜ່າຍອຸປະກອນການແພດທັງໃນ ນວ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2012 ໃນໄລຍະການລະບາດຂອງພະຍາດໂຄວິດ-19 ບໍລິສັດໄດ້ນໍາເຂົ້າຢາປົວພະຍາດໂຄວິດ-19 Molnupiravir ທີ່ຜະລິດຈາກຕ່າງປະເທດເຂົ້າມາຈາໜ່າຍ ໂດຍຢາດັ່ງກ່າວ 1 ກັບບັນຈຸ 100 ເມັດ ມີລາຄາ 1.000.000 ກວ່າກີບ ເຊິ່ງມີວິທີການກິນເຊົ້າ 4 ເມັດ ແລງ 4 ເມັດ ກິນຕິດຕໍ່ກັນປະມານ 5 ວັນ ຈະເຮັດໃຫ້ຄົນເຈັບທີ່ເປັນພະຍາດໂຄວິດ-19 ຫາຍຂາດ ພ້ອມນັ້ນໂດຍອີງສະພາບການລະບາດໃນປັດຈຸບັນ ເຫັນວ່າລັດຖະບານຍັງມີງົບປະມານຈໍາກັດເຮັດໃຫ້ການບໍລິການປິ່ນປົວຍັງບໍ່ທົ່ວເຖິງ ໂດຍສະເພາະຢາປົວພະຍາດໂຄວິດ-19 ດ້ວຍເຫັນເຖິງຄວາມສໍາຄັນດັ່ງກ່າວ ບໍລິສັດຈຶ່ງໄດ້ນໍາອຸປະກອນການແພດ ແລະ ຢາປົວພະຍາດຈໍານວນໜຶ່ງໃຫ້ກັບພະແນກສາທາລະນະສຸກ ນວ ເພື່ອນໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບໍ່ສາມາດເຂົ້າເຖິງຢາປິ່ນປົວ ໃຫ້ເຂົາເຫຼົ່ານັ້ນໄດ້ຮັບການຮັກສາທີ່ດີຂຶ້ນ ແລະ ອື່ນໆ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!