ວາງສີລາລຶກໂຄງການກໍ່ສ້າງອາຄານຮຽນຫຼັກ ໂຮງຮຽນ ມ ສ ລຽວໂຕວ໌

    ພິທີວາງສີລາລຶກໂຄງການກໍ່ສ້າງອາຄານຮຽນຫຼັກ ໂຮງຮຽນ ມສ ລຽວໂຕວ໌ ຈັດຂຶ້ນວັນທີ 11 ກຸມພາ 2022 ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ(ສສກ) ເມືອງຈັນທະບູລີ ທ່ານນາງ ແກ້ວມະນີວັນ ແສງດາລາ ນາຍບ້ານດົງໝ້ຽງ ທ່ານນາງ ປານີ ບຸບ ຜາ ປະທານກວດກາສະມາຄົມຈີນ ນະຄອນຫຼວງວຽງຈັນ (ນວ) ທ່ານ ເລັ່ງ ສະຫວັນວາລີ ປະທານສະມາ ຄົມຊາວຈີນພົ້ນທະເລ ປະຈໍາລາວ ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ລຽວໂຕວ໌ ທ່ານ ກຽງສັກ ສະຫວັນວາລີ ປະທານກິດຕິມະສັກຖາວອນຂອງສະພາການຄ້າຊາວຈີນຕ່າງດ້າວ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ທ່ານ ສົມປະສົງ ຈັນທະວົງ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ທົ່ວປະເທດລາວ ປະ ທານຄະນະປົກຄອງ ແລະ ຜູ້ອໍານວຍການໂຮງຮຽນ ມສ ລຽວໂຕວ໌ ກ່າວວ່າ: ໂຮງຮຽນ ມສ ລຽວໂຕວ໌ ສ້າງຕັ້ງປີ 1937 ມີເນື້ອທີ່ 13.000 ຕາແມັດ ເປັນໂຮງຮຽນສອນພາສາ ລາວ-ຈີນ ມີລະບົບການຮຽນເຕັມມື້ປົກກະຕິ ເຊິ່ງໄດ້ຮ່ວມກັນສ້າງຕັ້ງຂຶ້ນໂດຍຄົນເຊື້ອສາຍຈີນທີ່ດໍາລົງຊີວິດຢູ່ ນວ ພາຍໃຕ້ການນໍາພາໂດຍສະມາຄົມຈີນ ນວ ພາຍໃຕ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງລັດຖະບານລາວລັດຖະບານຈີນ ສະຖານທູດຈີນ ປະຈໍາລາວ ຄົນຈີນຢູ່ລາວ ແລະ ນິສິດເກົ່າຂອງໂຮງຮຽນ ມສ ລຽວໂຕວ໌ ທີ່ອາໄສຢູ່ທົ່ວໂລກ ພ້ອມດ້ວຍບຸກຄົນຮັກການສຶກສາໃນວົງການຕ່າງໆ 10 ປີຜ່ານມາໂຮງຮຽນໄດ້ປັບປຸງເງື່ອນໄຂການບໍລິຫານຢ່າງຕໍ່ເນື່ອງ ໄດ້ສ້າງເປັນຕົ້ນແບບການສຶກສາທີ່ທັນສະໄໝ ໄດ້ເຝິກອົບຮົມກໍາລັງຊັບພະຍາກອນອາຈານສອນໃຫ້ເພີ່ມຂຶ້ນ ແລະ ໄດ້ກາຍເປັນໜຶ່ງໃນໂຮງຮຽນການສຶກສາພາສາຈີນທີ່ມີຊື່ສຽງໃນປະເທດລາວ ແລະ ປະເທດໃນເຂດອາຊຽນ ເປັນໂຮງຮຽນສິດສອນພາສາຈີນທີ່ມີປະສິດທິຜົນສູງ ໃນປະເທດລາວ ປັດຈຸບັນມີຊັ້ນອະນຸບານ ປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ມີນັກຮຽນ 3.000 ກວ່າຄົນ ໂດຍຖືຫຼັກການບໍລິຫານໂຮງຮຽນດ້ວຍຫົວຂໍ້ “ພະຍາຍາມຊອກຮຽນຮູ້ ແລະ ນໍາໃຊ້ສິ່ງທີ່ຮຽນມາໃຫ້ເກີດປະໂຫຍດ” ການສິດສອນເປັນພາສາລາວ ແລະ ຈີນ ໄປພ້ອມກັນ ຜົນການສຶກສາຈັດຢູ່ໃນແຖວໜ້າ ແລະ ໄດ້ສ້າງບຸກຄະລາກອນຮູ້ພາສາ ລາວ-ຈີນ ຈໍານວນຫຼາຍມາຮັບໃຊ້ສັງຄົມ. 

    ພາຍໃຕ້ການສະໜັບສະໜູນຈາກນິສິດເກົ່າແຕ່ລະຮຸ່ນ ກໍຄືຜູ້ອາວຸໂສຊາວຈີນໃນວົງການຕ່າງໆ ການກໍ່ ສ້າງອາຄານຮຽນຫຼັກຈຶ່ງຖືກຈັດເຂົ້າໃນແຜນການພັດທະນາໂຮງຮຽນແຕ່ປີ 2017 ເຊິ່ງໄດ້ວາງແຜນມ້າງປະ ຕູໃຫຍ່ອາຄານເກົ່າອອກ ເພື່ອກໍ່ສ້າງໃໝ່ ໂດຍຮັກສາປະຕູໂຂງໃຫ້ມີໜ້າຕາຮູບຊົງເດີມ ຕົວໜັງສື ແລະ ປ້າຍຊື່ຕ່າງໆໃນໂຮງຮຽນເດີມ ອາຄານຮຽນຫຼັກທີ່ຈະກໍ່ສ້າງປະກອບມີ 1 ອາຄານ ສູງ 4 ຊັ້ນ ເນື້ອທີ່ກໍ່ ສ້າງ 3.400 ຕາແມັດ ລວມມີ 28 ຫ້ອງຮຽນ ສາມາດຮອງຮັບນັກຮຽນໄດ້ 1.000 ຄົນ ການກໍ່ສ້າງອາ ຄານຫຼັກຄັ້ງນີ້ ສາມາດຮັບປະກັນຄວາມປອດໄພຂອງນັກຮຽນ ແລະ ຄູ-ອາຈານ ແລະ ແກ້ໄຂບັນຫາການເຂົ້າຮຽນຂອງລູກຫຼານທີ່ມີຄວາມສົນໃຈຮຽນພາສາຈີນ ນອກນີ້ການກໍ່ສ້າງອາຄານຮຽນຫຼັກໂຮງຮຽນ ມສ ລຽວໂຕວ໌ ຍັງສື່ເຖິງໃນອະນາຄົດທີ່ດິນແຫ່ງນີ້ຈະມີອາຄານຮຽນທີ່ທັນສະໄໝ ນັກຮຽນໂຮງຮຽນລຽວໂຕວ໌ ຈະອໍາລາສະພາບແວດລ້ອມເກົ່າ ແລະ ມີຄວາມສ່ຽງ ເວທີການສຶກສາພາສາຈີນທີ່ມີຄຸນນະພາບສູງຈະເກີດຂຶ້ນຢູ່ໃນໂຮງຮຽນລຽວໂຕວ໌ແຫ່ງນີ້ ພ້ອມຈະສ້າງໂອກາດ ແລະ ພະລັງຊີວິດໃໝ່ໃຫ້ໂຮງຮຽນ ຍົກສູງລະ ດັບການຮຽນ-ການສອນຂອງໂຮງຮຽນລຽວໂຕວ໌ ໃຫ້ກ້າວຂຶ້ນອີກຂັ້ນໜຶ່ງ.

    ທ່ານ ເລັ່ງ ສະຫວັນວາລີ ກ່າວວ່າ: ອາຄານຮຽນຫຼັກ ໂຮງຮຽນ ມສ ລຽວໂຕວ໌ ທີ່ຈະກໍ່ສ້າງຂຶ້ນນີ້ ພວກເຮົາໄດ້ປຸກລະດົມທຶນຮອນຈາກລູກສິດເກົ່າຂອງໂຮງຮຽນ ມສ ລຽວໂຕວ໌ ຢູ່ພາຍໃນ ແລະ ຕ່າງປະ ເທດ ກໍຄືປະຊາຊົນທົ່ວໄປ ມູນຄ່າ 800.000 ໂດລາສະຫະລັດ ແລະ ຖ້າພາກສ່ວນໃດຈະສະໜັບສະໜູນ ຕື່ນອີກ ພວກເຮົາກໍຍິນດີຕ້ອນຮັບ ການກໍ່ສ້າງອາຄານຮຽນດັ່ງກ່າວຄາດວ່າຈະໃຫ້ສໍາເລັດພາຍໃນ 1 ປີ ນັບແຕ່ມື້ວາງສີລາລຶກເປັນຕົ້ນໄປ ເຊິ່ງຈະມີການຕິດຕັ້ງອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຮຽນ-ການສອນ ນອກນີ້ລັດຖະບານຈີນຍັງຈະສະໜັບສະໜູນດ້ານອຸປະກອນ ແລະ ເຕັກໂນໂລຊີຕ່າງໆ ຕື່ມອີກ ປັດຈຸບັນໂຮງຮຽນ ມສ ລຽວໂຕວ໌ ມີນັກຮຽນ 3.000 ກວ່າຄົນ ໃນນີ້ນັກຮຽນລາວ 2.000 ກວ່າຄົນ ກວມເອົາຫຼາຍກວ່າ 80% ຂອງນັກຮຽນທັງໝົດ ພາຍຫຼັງການກໍ່ສ້າງອາຄານຮຽນໃໝ່ສໍາເລັດຈະສາມາດຮອງຮັບນັກຮຽນໄດ້ເກືອບ 5.000 ຄົນ.

(ສະບາໄພ 11/2/2021)

error: Content is protected !!