ສະຫະພັນນັກຮົບເກົ່າ ພົບປະກັບສະມາຄົນສິລະປິນລາວ

    ກອງປະຊຸມພົບປະລະຫວ່າງສະຫະພັນນັກຮົບເກົ່າແຫ່ງຊາດລາວ ນໍາໂດຍທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ສະມາຄົມສິລະປິນລາວ ນໍາໂດຍທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ ປະທານສະມາຄົມສິລະປິນລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີຂຶ້ນວັນທີ 10 ກຸມພາ 2022 ທີ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີຄະນະນໍາສະຫະພັນນັກຮົບເກົ່າ ແລະ ນັກສິລະປິນລາວເຂົ້າຮ່ວມ.

    ການພົບປະຄັ້ງນີ້ ເປັນຄັ້ງທໍາອິດທີ່ໄດ້ທັງສອງຝ່າຍໄດ້ມີການພົບປະ ເພື່ອແລກປ່ຽນບົດຮຽນກັບບັນດາສິລະປິນລາວ ຜູ້ທີ່ມີປະສົບການໃນການຮ້ອງ ການປະພັນເພງ ແລະ ການຂັບລໍາເນື່ອງໃນໂອກາດສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນຂະບວນການປຸກລະດົມໃຫ້ທົ່ວພັກ ທົ່ວລັດ ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໄດ້ປະກອບສ່ວນສ້າງຂະບວນການໃນວັນສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 20 ປີ ທີ່ຈະໝູນວຽນມາຮອດອີກວາລະໜຶ່ງໃນວັນທີ 9 ກັນຍາ ທີ່ຈະມາເຖິງນີ້ (9/9/2002-9/9/2022) ໃຫ້ມີບັນຍາກາດຟົດຟື້ນ ເລິກເຊິ່ງ ແລະ ກວ້າງຂວາງ ເຊິ່ງການປະກອບສ່ວນປະພັນເພງ ຂັບລໍາ ທີ່ມີເນື້ອໃນສ່ອງແສງເຖິງບາງດ້ານເປັນຕົ້ນ ປະຫວັດມູນເຊື້ອຂອງນັກຮົບປະຕິວັດລາວແຕ່ລະຍຸກສະໄໝຂອງການປະຕິວັດ ຫວນຄືນວິລະກໍາຄຸນງາມຄວາມດີຂອງນັກຮົບເກົ່າ ເຊິ່ງພວກເພິ່ນໄດ້ນໍາພາເຮັດການປະຕິວັດຊາດ ປະຊາທິປະໄຕ ເຮັດໃຫ້ໄດ້ເປັນປະເທດຊາດວິລະຊົນ ກອງທັບວິລະຊົນ ແຂວງ ເມືອງ ບ້ານວິລະຊົນຄົນລາວພະລະອາດຫານ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍນົກຮົບເກົ່າຍັງສືບຕໍ່ເຮັດສອງໜ້າທີ່ຍຸດທະສາດຄື:ປົກປັກຮັກສາ ແລະ ພັດທະນາປະເທດຊາດ ສະຫະພັນນັກຮົບເກົ່າແຫ່ງຊາດລາວມີການພົວພັນກັບປະເທດເພື່ອນມິດຍຸດທະສາດ ສາກົນຢ່າງກວ້າງຂວາງ ສະແດງຄວາມຮູ້ບຸນຄຸນ ຄຸນງາມຄວາມດີ ຮັບຮູ້ຜົນງານ ຍ້ອງຍໍສັນລະເສີນ ປຸກລະດົມໃຫ້ກໍາລັງໃຈນັກຮົບເກົ່າປະຕິວັດ ທີ່ສະແດງອອກໃນບາງຄໍາເວົ້າ ໄດ້ກິນນໍ້າຢ່າລືມບໍ່ ໄດ້ກິນໝາກຢ່າລືມປູກຜົນ ມີເພິ່ນວັນນັ້ນຈຶ່ງມີພວກເຮົາໃນວັນນີ້ ແລ້ວນາລ້ຽງຄວາຍເຖິກ ແລ້ວເສິກລ້ຽງຄົນຫານ ແລະ ຄໍາເວົ້າອື່ນໆ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!