ກຸ່ມບໍລິສັດນິກສັນ ກຽມຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະ ແຮ່ຄໍາ

    ພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະ ແຮ່ຄໍາ ຈັດຂຶ້ນໃນວັນທີ 10 ກຸມພາ 2022 ຢູ່ຫ້ອງການກະຊວງແຜນການ ແລະ ການລົງທຶນ  ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈໍາກັດຜູ້ດຽວ ໂດຍການລົງນາມຂອງທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈໍາກັດຜູ້ດຽວ ເປັນຜູ້ລົງທຶນ ແລະ ຖືຫຸ້ນ 100% ໂດຍມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ບຸນຍູ້ ສີສານ ທີ່ປຶກສາກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈໍາກັດຜູ້ດຽວ ມີຫົວໜ້າກົມ ຫົວໜ້າຫ້ອງການ ກະຊວງກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ລັດຖະບານແຫ່ງ ສປປ ລາວ ອະນຸຍາດໃຫ້ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ໃນການຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະ ແຮ່ຄໍາ ໃນເນື້ອທີ່ 18,28 ກິໂລແມັດ ໃນອາຍຸສັນຍາ 20 ປີ ພ້ອມດຽວກັນນີ້ ໃນພິທີເຊັນສັນຍາ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ຍັງໄດ້ມອບພັນທະຄ່າຊັບພະຍາກອນລ່ວງໜ້າໃຫ້ລັດຖະບານກ່ອນ ຈໍານວນ 2 ລ້ານໂດລາສະຫະລັດ (ປະມານ 22,91 ຕື້ກີບ) ແລະ ຊ່ວຍເຫຼືອລ້າໃນການສ້ອມແປງທາງໃຫ້ລັດຖະບານ ໂດຍບໍ່ໄດ້ຫັກຕົ້ນທຶນ ແຕ່ເຂດເມືອງຄໍາ ແຂວງຊຽງຂວາງ ຫາ ເຂດເມືອງຮ້ຽມ ແຂວງຫົວພັນ ເຊິ່ງມີໄລຍະທາງຍາວ 48 ກິໂລແມັດ ເປັນມູນຄ່າ 24 ຕື້ກີບ ໂດຍບໍລິສັດ ຈະໄດ້ລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານ ທີ່ທັນສະໄໝຕາມມາດຕາຖານສາກົນ ດ້ວຍທຶນເບື້ອງຕົ້ນ 46 ລ້ານໂດລາ (ປະມານ 527,54 ຕື້ກີບ) ເພື່ອປະຕິບັດຕາມແນວທາງຂອງລັດຖະບານ ເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ ສ້າງລາຍຮັບໃຫ້ລັດ ເຮັດໃຫ້ປະຊາຊົນຂົງເຂດດັ່ງກ່າວມີວຽກເຮັດງານທໍາ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

..# ຂ່າວ & ພາບ : ສີພອນ

error: Content is protected !!