ປີຜ່ານມາ ເຂດເສດຖະກິດພິເສດ ນວ ປະຕິບັດພັນທະເຂົ້າງົບປະມານລັດໄດ້ 78,5 ຕື້ກວ່າກີບ

    ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໃຫ້ສຳພາດວ່າ ປີ 2021  ຜ່ານມາ ບັນດາເຂດເສດຖະກິດພິເສດ ສາມາດດືງດູດການລົງທຶນໄດ້ທັງໝົດ 24 ບໍລິສັດ ໃນນັ້ນ ລົງທຶນໃນຂະແໜງບໍລິການ 54% ຂະແໜງອຸດສະຫະກໍາ 17% ແລະ ຂະແໜງການຄ້າ 29% ເມື່ອທຽບໃສ່ແຜນການດືງດູດການລົງທຶນປະຈໍາປີທີ່ວາງໄວ້ ສາມາດປະຕິບັດໄດ້ 120% (ລື່ນຄາດໝາຍ 4 ບໍລິສັດ) ມີທຶນຈົດທະບຽນ 30 ລ້ານກວ່າໂດລາສະຫະລັດ ແລະ ທຶນທັງໝົດ 46 ລ້ານກວ່າໂດລາສະຫະລັດ ນອກຈາກນີ້ຍັງສາມາດສ້າງວຽກເຮັດງານທໍາໄດ້ 5.696 ຄົນ ແຮງງານລາວ 4.726 ຄົນ (83%) ແລະ ແຮງງານຕ່າງປະເທດ 1.243 ຄົນ (17%). ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບ ຕໍ່ການດຳເນີນກິດຈະການ ເປັນຕົ້ນແມ່ນການຜະລິດ ການຄ້າ ການທ່ອງທ່ຽວ ແລະ ການບໍລິການ ຕ້ອງໄດ້ຢຸດການກຳເນີນຊົ່ວຄາວ ການນຳເຂົ້າ-ສົ່ງອອກ ພົບຄວາຫຍຸ້ງຍາກຕ້ອງໄດ້ຜ່ານຫຼາຍຂະແໜງການ ແລະ ຫຼາຍຂັ້ນຕອນ ການກວດກາດ່ານລະຫວ່າງປະເທດ ເຖິງແນວໃດກໍຕາມບັນດາຫົວໜ່ວຍທຸລະກິດກໍໄດ້ເອົາໃສ່ໃນການພັນທະຕາມສັນຍາສຳປະທານເຂົ້າງົບປະມານລັດ ປີ 2021ປະຕິບັດໄດ້ 78,5 ຕື້ກວ່າກີບ (ທຽບໃສ່ປີ 2020 ແມ່ນເພີ່ມຂຶ້ນຫຼາຍເທົ່າຕົວ) ໃນນັ້ນແບ່ງອອກເປັນ ອາກອນເງິນເດືອນ 5,4 ຕື້ກວ່າກີບ ອາກອນມູນຄ່າເພີ້ມ 25,4 ຕື້ກວ່າກີບ ອາກອນກຳໄລ 2,1 ຕື້ກວ່າກີບ ອາກອນລາຍໄດ້ 3,6 ຕື້ກວ່າກີບ ອາກອນຊົມໃຊ້ 41,5 ຕື້ກີບ ຄ່າທໍານຽມ ແລະ ຄ່າບໍລິການ 188 ລ້ານກວ່າກີບ ເຂດທີ່ມີການປະຕິບັດພັນທະຫຼາຍກວ່າໝູ່ແມ່ນເຂດພັດທະນາກວມລວມໄຊເຊດຖາ ໂດຍສະເພາະແມ່ນ (ໂຮງກັ່ນນໍ້າມັນຂອງບໍລິສັດ ເປໂຕຣເຄມີລາວ ຈໍາກັດ) ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ ແລະ ເຂດເສດຖະກິດພິເສດບຶງທາດຫຼວງ.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!