ລັດຖະບານໄທ ມອບອຸປະກອບການແພດໃຫ້ ສປປ ລາວ

   ລັດຖະບານ ແຫ່ງລາຊະອານາຈັກໄທ ໂດຍມອບໃຫ້ກົມການຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກໄທ ໄດ້ຈັດສົ່ງອຸປະກອນການແພດ 12 ລາຍການ ເຊິ່ງເປັນອຸປະກອນໃຊ້ໃນຫ້ອງສຸກເສີນສະເພາະຜູ້ຕິດເຊື້ອພະຍາດໂຄວິດ-19 ລວມມູນຄ່າ 2.068.000 ບາດ ຫຼືປະມານ 723 ລ້ານກີບ ໃຫ້ໂຮງໝໍເດັກຂອງລາວ  ເພື່ອສະໜັບສະໜຸນ ສປປ ລາວ ໃນການເບິ່ງແຍງຮັກສາຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍສະເພາະກຸ່ມເດັກນ້ອຍທີ່ມີຄວາມສ່ຽງຈະຕິດເຊື້ອໃຫ້ໄດ້ຮັບການເຂົ້າເຖິງອຸປະກອນດັ່ງກ່າວຢ່າງທົ່ວເຖິງ ເຊິ່ງພິທີມອບ-ຮັບຈັດຂຶ້ນວັນທີ 2 ກຸມພາຜ່ານມານີ້ ຢູ່ໂຮງໝໍດັ່ງກ່າວ ໂດຍມີຄະນະນຳຂອງໂຮງໝໍເດັກ ແລະ ຫົວໜ້າໜ່ວຍງານທີ່ກ່ຽວຂ້ອງຂອງສອງພາກສ່ວນເຂົ້າຮ່ວມຮັບມອບ.

.# ຂ່າວ & ພາບ : ລັດເວລາ

error: Content is protected !!