ມອບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ແລະ ມອບສໍາມະໂນຕອນດິນໃຫ້ສ່ວຍສາອາກອນເມືອງສັງທອງ

    ພິທີມອບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ບ້ານ ສະໄກ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ແລະ ມອບສໍາມະໂນຕອນດິນໃຫ້ສ່ວຍສາອາກອນເມືອງສັງທອງ ໄດ້ຈັດຂຶ້ນວັນທີ 9 ກຸມພາ 2022 ທີ່ຫ້ອງການ ບ້ານ ສະໄກ ເມືອງ ສັງທອງ ເປັນປະທານຂອງ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງເມືອງສັງທອງ ມີ ຫ້ອງການຂ້າງອ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ບົວຈັນ ຂຸນໄຊ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສັງທອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນໃໝ່ ໂດຍໄດ້ນຳສະເໜີກ່ຽວກັບສະພາບລວມທີ່ຕັ້ງພູມສັນຖານຂອງບ້ານດັ່ງກ່າວ ຊຶ່ງບ້ານສະໄກ ມີພົນລະເມືອງທັງ  ໝົດ 1.056 ຄົນ ຍິງ 521 ຄົນ ມີ 221 ຄອບຄົວ ມີ 215 ຫຼັງຄາເຮືອນ ແບ່ງເປັນ 16 ໜ່ວຍ ມີເນື້ອທີ່ທັງໝົດ 1.788,45 ເຮັກຕາ ໃນນັ້ນ ມີບໍລິສັດສໍາປະທານ 15 ບໍລິສັດ ມີເນື້ອທີ່ 641,9 ເຮັກຕາ ກວມເອົາ 35,89% ຂອງເນື້ອທີ່ທັງໝົດບ້ານ ມີສຳມະໂນຕອນດິນທັງໝົດ 622 ຕອນ ທີ່ດິນປຸກສ້າງ 294 ຕອນ ເນື້ອທີ່ 314.434 ຕາແມັດ ທີ່ດິນກະສິກຳ 328 ຕອນ ເນື້ອທີ່ 5.408.006 ຕາແມັດ.

     ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ໜ່ວຍງານທີ່ດິນ) ໄດ້ສົມທົບກັບອຳນາດການປົກຄອງບ້ານລົງປະຊາສຳພັນໃຫ້ພໍ່ແມ່ປະຊາຊົນ ເຈົ້າຂອງສິດນຳໃຊ້ທີ່ດິນເພື່ອກະກຽມເອກະສານຂໍ້ມູນທີ່ດິນ ແລະ ເຂົ້າຮ່ວມນຳພາພະນັກງານລົງສຳຫຼວດ ວັດແທກທີ່ດິນ ການລົງສໍາຫຼວດວັດແທກແມ່ນສາມາດວັດແທກໄດ້ທັງໝົດແມ່ນ: 832 ຕອນ ທຽບໃສ່ສໍາມະໂນຕອນດິນເກົ່າເຫັນວ່າຕອນດິນເພີ່ມຂຶ້ນ 210 ຕອນ ທຽບເປີເຊັນ 132 % ແລະ ໄດ້ມອບສະຖິຕິສໍາມະໂນຕອນດິນໃຫ້ ສ່ວຍສາອາກອນເມືອງ ແລະ ບ້ານ ຈໍານວນ 829 ຕອນ.

         ..# ຂ່າວ & ພາບ : ເພັດສະໝອນ

error: Content is protected !!