ມີ 169 ບໍລິສັດທີ່ເຂົ້າມາຈົດທະບຽນລົງທຶນຢູ່ເຂດເສດຖະກິດພິເສດ ນວ ມີທຶນຈົດທະບຽນ 567 ລ້ານໂດລາ

    ປັດຈຸບັນ ການລົງທຶນຢູ່ໃນນະຄອນຫຼວງວຽງຈັນ (ນວ) ນັບມື້ເພີ່ມຂຶ້ນ ໂດຍສະເພາະຢູ່ບັນດາເຂດເສດຖະກິດພິເສດ ໃນນັ້ນ ນວ ມີເຂດເສດຖະກິດພິເສດທີ່ຂຶ້ນກັບ ນວ ນະຄອນຫຼວງວຽງຈັນ ມີ 5 ເຂດເສດຖະກິດພິເສດທີ່ຂຶ້ນກັບການຄຸ້ມຄອງ ບໍລິຫານຄື ເຂດພັດທະນາກວມລວມໄຊເຊດຖາ ເຂດເສດຖະກິດພິເສດບຶງທາດຫຼວງ ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ ນວ.

    ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໃຫ້ສຳພາດກ່ຽວກັບການຄຸ້ມຄອງບັນດາເຂດເສດຖະກິດພິເສດ ນວ ວັນທີ 10 ກຸມພາ 2022 ວ່າ  ປັດຈຸບັນ ການລົງທຶນຂອງນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ປະເທດລາວ ໂດຍສະເພາະຢູ່ ນວ ໃນຂະແໜງການຕ່າງໆນັບມື້ຫຼາຍຂຶ້ນຄື  ເຂດພັດທະນາກວມລວມໄຊເຊດຖາ ສ້າງຕັ້ງໃນປີ 2010 ເນື້ອທີ່ 1000 ເຮັກຕາ ໄລຍະເວລາສຳປະທານ 70 ປີ ແລະ ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ຜູ້ພັດທະນາລັດຖະບານ 25% ລັດວິສາຫະກິດ (ຈີນ) 75% ບໍລີສັດຮ່ວມທຶນລາວ-ຈີນ ຈຳກັດ ເຂດດັ່ງກ່າວ ໄດ້ພັດທະນາເປັນເຂດອຸດສາຫະກຳ ການຄ້າ ການບໍລິການ ແລະ ທ່ອງທ່ຽວ ປະກອບດ້ວຍກິດຈະການຕ່າງໆເຊັ່ນ  ເຂດແປຮູບກະສິກຳ (ຜະລິດຕະພັນອາຫານ ຜະລິດຕະພັນປອດສານພິດ ແລະ ຫົວອາຫານສັດ) ເຂດປຸງແຕ່ງຜະລິດຕະພັນກະສິກຳ ເຂດອຸດສາຫະກຳເບົາ ເພື່ອສົ່ງອອກ ຂະແໜງແປຮູບໄມ້ ເຂດການຜະລິດເຄື່ອງອຸປະກອນ ເຄື່ອງຈັກ ເຄື່ອງໄຟຟ້າເອເລັກໂຕຣນິກ ພະລັງງານສີຂຽວ ຕໍ່າແຜ່ນ ແລະ ເສື້ອຜ້າ ສູນກາງການຂົນສົ່ງ Logistics ເຂດທີ່ຢູ່ອາໄສ ເຂດທີ່ພັກລະດັບສູງ ຫໍພັກພະນັກງານ ວັດທະນະທໍາ ການສຶກສາ ແລະ ສາທາລະນະສຸກ ທ່ອງທ່ຽວເຂດເສດຖະກິດພິເສດບຶງທາດຫຼວງສ້າງຕັ້ງໃນປີ: 2011 ເນື້ອທີ່ດິນ 365 ເຮັກຕາ ໄລຍະເວລາສຳປະທານ 99 ປີ ຜູ້ພັດທະນາ ບໍລິສັດ ຫວ້ານເຟີ້ງ ຊຽງໄຮ ເອກະຊົນຈີນ (100%) ເປັນໂຄງການພັດທະນາເປັນເຂດຕົວເມືອງໃໝ່ ການຄ້າ ການບໍລິການ ການທ່ອງທ່ຽວ ຕິດພັນກັບວັດທະນະທຳຂອງລາວ ສ້າງເປັນຕົວເມືອງທ່ອງທ່ຽວໜອງນ້ຳທຳມະຊາດທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ປະກອບມີໜອງນ້ຳໃຫຍ່ 50 ເຮັກຕາ ມີບ່ອນຍ່າງຊົມທີວທັດທີ່ສວຍງາມ ສ້າງສູນການຄ້າ ທີ່ພັກອາໄສ ຄອນໂດ ສຳນັກງານຫ້ອງການ ຮ້ານຄ້າ ຮ້ານອາຫານ ທະນາຄານ ສະຖາບັນການເງິນ ໂຮງແຮມ ໂຮງຮຽນ ແລະ ໂຮງໝໍທີ່ທັນສະໄໝ.

    ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ ສ້າງຕັ້ງໃນປີ 2012 ເນື້ອທີ່ 560 ເຮັກຕາ ໄລຍະເວລາສຳປະທານ: 99 ປີ ຜູ້ພັດທະນາ ບໍລິສັດ KN ວຽງຈັນກຣຸບ ເອກະຊົນຫວຽດນາມ 100% ເປັນໂຄງການພັດທະນາເປັນເຂດບໍລິການການທ່ອງທ່ຽວຕິດພັນກັບສະໜາມກ໋ອຟ ແລະ ທີ່ພັກອາໄສ ເຮືອນວີນລາລະດັບສູງ ໂຄງການກໍ່ສ້າງສະໜາມກ໋ອຟ 36 ຫຼຸມໂຄງການກໍ່ສ້າງວິນລາລະດັບສູງ ອະສັງຫາລິມມະຊັບ ທີ່ພັກອາໄສ ແລະ ເຂດພັກຜ່ອນກິລາ ໂຄງການກໍ່ສ້າງໂຮງແຮມລະດັບ 5 ດາວ ໂຄງການກໍ່ສ້າງເຂດການຄ້າສາກົນ ໂຄງການກໍ່ສ້າງໂຮງຮຽນນານາຊາດ ໂຄງການກໍ່ສ້າງໂຮງໝໍລະດັບສາກົນ ໂຄງການກໍ່ສ້າງສູນອອກກໍາລັງກາຍ ແລະ ກິລາ ການທ່ອງທ່ຽວ.

    ເຂດເສດຖະກິດພິເສດ ດົງໂພສີ ສ້າງຕັ້ງໃນປີ 2009 ເນື້ອທີ່ດິນ 51 ເຮັກຕາ ໄລຍະເວລາສຳປະທານ 50 ປີ ຜູ້ພັດທະນາ ບໍລິສັດ UPL ຈຳກັດເອກະຊົນ ປະເທດມາເລເຊຍ ເປັນໂຄງການພັດທະນາເປັນເຂດການຄ້າ ການບໍລິການເຂດການຄ້າຄື shopping centers ໂຮງແຮມ ສິ່ງອໍານວຍຄວາມສະດວກທາງດ້ານການຄ້າ-ສູນການແພດພິເສດ ສະຖາບັນການສຶກສາ ສາງສິນຄ້າ ຫ້ອງວາງສະແດງສິນຄ້າພາຍໃນ ແລະ ຕ່າງປະເທດ ເຂດການຄ້າຂາຍສົ່ງ ທະນາຄານ ໂຮງໝໍທັນສະໄໜ ແລະ ຫ້ອງປະຊຸມລະດັບສາກົນ.

    ສ່ວນເຂດໂລຈິສຕິກ ນວ ສ້າງຕັ້ງໃນປີ 2020 ເນື້ອທີ່ 382 ເຮັກຕາ ໄລຍະເວລາສຳປະທານ 50 ປີ ຜູ້ພັດທະນາ ບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ເອກະຊົນພາຍໃນລົງທຶນຝ່າຍດຽວ 100% ໂດຍພັດທະນາເປັນເຂດໂລຊິດສະຕິກປະກອບດ້ວຍຫຼາຍກິດຈະການຄື ກິດຈະການທ່າບົກ ບໍລິການແຈ້ງພາສີນຳເຂົ້າ-ສົ່ງອອກ ແລະ ບໍລິການສິນຄ້າຜ່ານແດນທຸກປະເພດ ບໍລິການຖ່າຍລຳພາຫະນະເຕົ້າໂຮມ ແລະ ແຈກຍາຍສິນຄ້າ ສາງເກັບມ້ຽນສິນຄ້າ ຍົກຍໍ-ຄ່ຽນຖ່າຍ ແລະ ບໍລິການຕູ້ສິນຄ້າ ກິດຈະການເຂດໂລຈິສຕິກ ປະກອບມີ ຫ້ອງການ ບໍລິຫານ ແລະ ບໍລິການສຳລັບເຈົ້າໜ້າທີ່ເຮັດວຽກ-ບໍລິການລູກຄ້າ ແລະ ໃຫ້ເຊົ່າ ສະຖານີຂົນສົ່ງສິນຄ້າ ເຂດປອດພາສີ (Free Zone) ລວມມີ ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ລານຕູ້ສິນຄ້າເຢັນ ລານຕູ້ສິນຄ້າເປົ່າ ຕູ້ສິນຄ້າທົ່ວໄປ ສະຖານີຂົນສົ່ງສິນຄ້າທາງລົດໄຟ ລາວ-ຈີນ ສະຖານີຂົນສົ່ງສິນຄ້າທາງລົດໄຟ ລາວ-ໄທ ເຂດເກັບສິນຄ້າເປັນທາດແຫຼວ ສະໜາມຈອດລົດຂົນສົ່ງ ສູນສ້ອມແປງ ແລະ ອະນາໄມຕູ້ ບໍລິການປິ່ນອ້ອມອື່ນໆເຊັ່ນ: ຫົວໜ່ວຍທຸລະກິດທະນາຄານປິ່ນອ້ອມ ບັນດາບໍລິສັດຂົນສົ່ງ ຫ້ອງພັກຄົນຂັບລົດ ຮ້ານອາຫານ ແລະ ອູ່ສ້ອມແປງລົດ.

    ປັດຈຸບັນ ມີບໍລິສັດທີ່ເຂົ້າມາຈົດທະບຽນລົງທຶນທັງໝົດ 169 ບໍລິສັດ ມີທຶນຈົດທະບຽນ 567 ລ້ານໂດລາສະຫະລັດ ແຜນລົງທຶນທັງໝົດປະມານ 6 ຕື້ໂດລາສະຫະລັດ ແລະ ມີມູນຄ່າການລົງທຶນຕົວຈິງ 2,8 ຕື້ໂດລາສະຫະລັດ  ປະຕິບັດພັນທະໃຫ້ແກ່ລັດຖະບານໄດ້ທັງໝົດ  165  ຕື້ກີບ ສ້າງວຽກເຮັດງານທໍາໄດ້  5.969  ຕໍາແໜ່ງງານ ໃນນັ້ນແຮງງານລາວ 4.726 ຄົນ ແລະ ແຮງງານຕ່າງປະເທດ 1.243 ຄົນ ການນຳເຂົ້າ-ສົ່ງອອກມີມູນຄ່າປະມານ 2,7 ຕື້ໂດລາສະຫະລັດ ແລະ ມີມູນຄ່າການສົ່ງອອກສິນຄ້າປະມານ 163 ລ້ານໂດລາສະຫະລັດ ແລະ ນັກລົງທຶນສ່ວນໃຫຍ່ແມ່ນມາຈາກ ສປ ຈີນ ໄທ ສິງກະໂປ ຫວຽດນາມ ຍີປຸ່ນ ມາເລເຊຍ ແລະ ອື່ນໆ.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!