ອຸດົມໄຊ ກຽມສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສໍາຫຼວດ ເກັບກໍາຂໍ້ມູນຂອບເຂດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ເບື້ອງຕົ້ນໃນການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ຈັດຂຶ້ນວັນທີ 7 ກຸມພາ 2022 ທີ່ພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ຕາງໜ້າເຊັນບົດບັນທຶກຄວາມເຂົ້າໃຈໂດຍ ທ່ານ ຄຳຈັນ ລາວຈືເບັງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີດັ່ງກ່າວ ໄດ້ຮັບຟັງການຜ່ານຮ່າງເນື້ອໃນ ບົດບັນທຶກຄວາມເຂົ້າໃຈ ເພື່ອເປັນບ່ອນອີງໃຫ້ແກ່ທຸກພາກສ່ວນ ກ່ອນທີ່ຈະລົງນາມຮ່ວມກັນ ໃນນັ້ນ ປະກອບມີທັງໝົດ 14 ມາດຕາ ເຊິ່ງໄດ້ກຳນົດເນື້ອໃນລະອຽດ ເປັນຕົ້ນແມ່ນນິຍາມຂອງຄຳສັບ ຈຸດປະສົງ ຂອບເຂດທີ່ຕັ້ງຂອງໂຄງການ ອາຍຸຂອງບົດບັນທຶກ ຄ່າໃຊ້ຈ່າຍ ພັນທະ ແລະ ຄວາມຮັບຜິດຊອບ ສິດ ໜ້າທີ ແລະ ອື່ນໆ ແລະ ພາຍຫຼັງສຳເລັດການລົງນາມໃນຄັ້ງນີ້ແລ້ວ ພາກສ່ວນກ່ຽວຂ້ອງທຸກຝ່າຍ ຈະໄດ້ສືບຕໍ່ລົງເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ເຊິ່ງຂອບເຂດ ແລະ ເປົ້າໝາຍທີ່ຈະສຶກສາສຳຫຼວດໃນການກຳນົດເປັນເຂດອຸດສາຫະກຳ ແລະ ສູນໂລຈິສຕິກເຊິ່ງຢູ່ເມືອງໄຊ ແມ່ນນອນຢູ່ເຂດຫຼັກ 17 ບ້ານນາຮ້ວງ ແລະ ເຂດຫຼັກ 22 ລຽບຕາມເສັ້ນທາງ 13 ເໜືອທາງໄປເມືອງນາໝໍ້ ສ່ວນຢູ່ເມືອງນາໝໍ້ ແມ່ນຈຸດບ້ານນາສະຫວ່າງ ແລະ ບ້ານຂວາງຄຳ ຖ້າຫາກໂຄງການດັ່ງກ່າວນີ້ເກີດຂຶ້ນ ຈະເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ມີອາຊີບທີ່ໝັ້ນຄົງ ລວມທັງເຮັດໃຫ້ເສດຖະກິດຂອງແຂວງມີບາດກ້າວຂະຫຍາຍຕົວ ນອກຈາກການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຳຫຼວດ ເກັບກຳຂໍ້ມູນ ກຳນົດພື້ນທີ່ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດນິຄົມອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ 2 ເມືອງຂອງແຂວງອຸດົມໄຊແລ້ວ ຍັງມີການລົງນາມລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ວ່າດ້ວຍການ ມອບ – ຮັບ ສູນພັດທະນາຜະລິດຕະພັນ ແລະ ສົ່ງເສີມການຕະຫຼາດໂດຍມອບໃຫ້ສະພາການຄ້າ ແລະ ອຸດສາຫະກຳແຂວງເປັນຜູ້ຮັບຜິດຊອບໃນການເຄື່ອນໄຫວນຳໃຊ້ຕໍ່ໄປ ລວມທັງການລົງນາມບົດບັນທຶກການຮ່ວມມືກັນ ລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ບໍລິຄຳໄຊ ຕື່ມອີກ.

    ..# ຂ່າວ & ພາບ : ເພັດສະໝອນ

error: Content is protected !!