ແຕ່ລະວັນ ຢູ່ ສປປ ລາວ ຍັງມີຄົນເສຍຊີວິດຈາກພະຍາດໂຄວິດ-19.

    ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປ ລາວ ລວມທັງຕົວເລກການຕິດເຊື້ອພະ ຍາດໂຄວິດ-19 ໃນທົ່ວໂລກປະຈໍາວັນທີ 11 ກຸມພາ 2022 ທີ່ກະຊວງສາທາລະນະສຸກ. 

    ໃນວັນທີ 10 ກຸມພາ 2022 ທົ່ວປະເທດໄດ້ກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 3.010 ຕົວຢ່າງ ໃນນັ້ນ ກວດພົບເຊື້ອໃໝ່ທັງໝົດ 424 ຄົນ ເປັນການຕິດເຊື້ອພາຍໃນຈຳນວນ 416 ຄົນ ແລະ ນໍາເຂົ້າ 8 ຄົນ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ 424 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 87 ຄົນ 
  • ແຂວງຊຽງຂວາງ 75 ຄົນ 
  • ໄຊຍະບູລີ 41 ຄົນ 
  • ອັດຕະປື 38 ຄົນ 
  • ບໍລິຄຳໄຊ 36 ຄົນ 
  • ຫົວພັນ 33 ຄົນ 
  • ສະຫວັນນະເຂດ 28 ຄົນ 
  • ໄຊສົມບູນ 16 ຄົນ 
  • ວຽງຈັນ 15 ຄົນ 
  • ຈຳປາສັກ 13 ຄົນ 
  • ຄຳມ່ວນ 10 ຄົນ 
  • ບໍ່ແກ້ວ 7 ຄົນ 
  • ຫຼວງພະບາງ 6 ຄົນ 
  • ອຸດົມໄຊ 5 ຄົນ 
  • ສາລະວັນ ຜົ້ງສາລີ ແຂວງລະ 3 ຄົນ 
  • ແຂວງຫຼວງນ້ຳທາ 1 ຄົນ 

    ສຳລັບ ການຕິດເຊື້ອນໍາເຂົ້າມີ 8 ຄົນ ທັງໝົດຈາກແຂວງສະຫວັນນະເຂດ 7 ຄົນ ແລະ ແຂວງຈຳປາສັກ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. 

    ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 138.431 ຄົນ ອອກຈາກໂຮງໝໍໃນວັນທີ 10 ກຸມພາ 2022 ຈຳນວນ 197 ຄົນ ກຳລັງປິ່ນປົວ 3.853 ຄົນ ແລະ ເສຍຊີວິດສະສົມທັງໝົດ 588 ຄົນ (ເສຍຊີວິດໃໝ່ 4 ຄົນ) ສຳລັບ ຜູ້ເສຍຊີວິດໃໝ່ 4 ຄົນ ຈາກແຂວງບໍລິຄຳໄຊ 1 ຄົນ ສະຫວັນນະເຂດ 1 ຄົນ ຊຽງຂວາງ 1 ຄົນ ແລະ ແຂວງຫົວພັນ 1 ຄົນ. 

    ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 406.050.198 ຄົນ (ໃໝ່ 2.383.484 ຄົນ) ເສຍຊິວິດທັງໝົດ 5.807.160 ຄົນ (ໃໝ່ 10.492 ຄົນ) ແລະ ປີ່ນປົວຫາຍດີ 325.879.241 ຄົນ (ໃໝ່ 2.737.287 ຄົນ).

.# ຂ່າວ & ພາບ : ຊິລິການດາ

error: Content is protected !!