ສປ ຈີນ ເປັນຄູ່ຄ້າສໍາຄັນອັນດັບ 2 ຂອງ ສປປ ລາວ

    ວັນທີ 10 ກຸມພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ຄະນະກໍາມະການຮ່ວມມືລາວ-ຈີນ ຈັດກອງປະຊຸມສະຫຼຸບຕີລາຄາໝາກຜົນການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ປະຈໍາປີ 2021 ແລະ ກໍານົດທິດທາງແຜນການຮ່ວມມືປີ 2022 ດ້ວຍຮູບແບບກອງປະຊຸມທາງໄກ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຮ່ວມມືລາວ-ຈີນ ມີບັນດາທ່ານຮອງລັດຖະມົນຕີຈາກກະຊວງ ອົງການລັດທຽບເທົ່າ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າແຂວງ ແລະ ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ກ່າວວ່າ:ໃນປີ 2021 ມີໂຄງການຊ່ວຍເຫຼືອລ້າຈາກ ສປ.ຈີນ ທີ່ສາມາດຈັດຕັ້ງປະຕິບັດສໍາເລັດທັງໝົດ 3 ໂຄງການຄື: ໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນ ຊຸດທີ 1 ໂຄງການຮ່ວມມືສ້າງບ້ານຕົວແບບແກ້ໄຂຄວາມທຸກຍາກລາວ-ຈີນ (ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ນະຄອນຫຼວງພະບາງ ແຂວງຫຼວງພະບາງ) ໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ 1 ໂຄງການຊ່ວຍເຫຼືອລ້າທີ່ພວມຈັດຕັ້ງປະຕິບັດໃນປັດຈຸບັນ ມີທັງໝົດ 18 ໂຄງການ.

    ການຮ່ວມມືທາງດ້ານການຄ້າ ສປ.ຈີນ ຍັງສືບຕໍ່ເປັນຄູ່ຄ້າສໍາຄັນອັນດັບ 2 ຂອງລາວ ສະເພາະປີ 2021 ມູນຄ່າການຄ້າຂອງສອງຝ່າຍ ສາມາດບັນລຸໄດ້ 4,35 ຕື້ໂດລາສະຫະລັດ ເພີ່ມຂື້ນ 21,4% ໃນນີ້ ລາວນໍາເຂົ້າ 1,67 ຕື້ໂດລາ ເພີ່ມຂື້ນ 11,9% ແຕ່ຈີນໄດ້ກາຍເປັນປະເທດເປົ້າໝາຍທີ່ລາວສົ່ງອອກຫຼາຍທີ່ສຸດ ລວມມູນຄ່າ 2,68 ຕື້ໂດລາ ເພີ່ມຂື້ນ 28,2% ສະເພາະວຽກງານການສົ່ງເສີມສິນຄ້າກະສິກໍາຂອງລາວເຂົ້າໄປຂາຍຢູ່ຈີນ ແມ່ນໄດ້ຮັບໝາກຜົນທີ່ພົ້ນເດັ່ນສົມຄວນ ໃນປີ 2021 ມີສິນຄ້າກະສິກໍາທີ່ສົ່ງອອກໄປຂາຍຢູ່ຈີນປະມານ 700 ລ້ານໂດລາ ມາຮອດປັດຈຸບັນ ໄດ້ສໍາເລັດການເຊັນອະນຸສັນຍາຂໍ້ກໍານົດເງື່ອນ ໄຂສຸຂະນາໄມພືດ ແລະ ສັດ ກັບ ສປ.ຈີນ ແລ້ວ ຈໍານວນ 14 ລາຍການ ໃນນີ້ ມີພືດ 13 ລາຍການ ແລະ ສັດໃຫຍ່ 1 ລາຍການ ແລະ ສາມາດເຊັນອະນຸສັນຍາເພີ່ມ 6 ຊະນິດ ພິເສດ ອີກດ້ານໜຶ່ງ ແມ່ນພາຍຫຼັງເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດປະຕິບັດໄດ້ 90 ຖ້ຽວ ມີິປະລິມານຂົນສົ່ງ 80 ພັນກວ່າໂຕນ ໃນນັ້ນ ສິນຄ້າເຂົ້າ-ອອກຫຼາຍກວ່າ 40 ພັນໂຕນ ສິນຄ້າທີ່ສົ່ງອອກຕົ້ນຕໍມີ: ແຮ່ເຫຼັກ ແຮ່ສັງກະສີ ຢາງພາລາ ຖ່ານດັງໄຟ ເຂົ້າ ແປ້ງມັນຕົ້ນ ແລະ ອື່ນໆ ກາຍເປັນບາດກ້າວໃໝ່ໃນການຊຸກຍູ້ວຽກງານການຄ້າລະຫວ່າງສອງຝ່າຍລາວ-ຈີນ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ມີປະສິດທິຜົນສູງຂື້ນຢ່າງປະຈັກຕາ.

.# ຂ່າວ & ພາບ : ຊິລິການດາ

error: Content is protected !!