ສະມາຊິກສະພາແຫ່ງຊາດ ພົບປະພະນັກງານຫຼັກແຫຼ່ງກະຊວງສາທາລະນະສຸກ

    ສະມາຊິກສະພາແຫ່ງຊາດ ຊຸດທີ 9 ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ວຽງວິໄລ ທ່ຽງຈັນໄທ ກໍາມະການປະຈໍາພັກ ປະທານກວດກາພັກ ຄະນະບໍດີຄະນະນິຕິສາດລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ແລະ ທ່ານ ທະນົງສິດ ເມືອງຈັນ ຮອງຫົວໜ້າພະແນກໄປສະນີ ໂທະລຄົມມະນາຄົມ ແລະ ການສື່ສານ ນວ ເຄື່ອນໄຫວພົບປະພະນັກງານຫຼັກແຫຼ່ງກະຊວງສາທາລະນະສຸກ ວັນທີ 9 ກຸມພາ 2022 ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ (ເຂດດົງໂພສີ) ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະອໍານວຍການໂຮງໝໍ ສູນ ສະຖາບັນ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

    ການລົງພົບປະພະນັກງານຫຼັກແຫຼ່ງຂອງກະຊວງສາທາລະນະສຸກຄັ້ງນີ້ ສະມາຊິກສະພາແຫ່ງຊາດຊຸດທີ 9 ເຂດເລືອກຕັ້ງທີ 1 ນວ ໄດ້ຮັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງສາທາລະນະສຸກ ແຜນງົບປະມານແຫ່ງລັດ ແລະ 11 ຕົວຊີ້ບອກຕາມຄາດໝາຍຂອງມະຕິສະພາແຫ່ງຊາດ  ປີ 2021  ແລະ  ຂໍ້ສະເໜີຈໍານວນໜຶ່ງ ເປັນຕົ້ນ ສ້າງກອງທຶນປະກັນສຸຂະພາບໃຫ້ເປັນກອງທຶນທີ່ມີການປະກອບສ່ວນຂອງປະຊາຊົນທຸກຄົນ ເພື່ອໃຫ້ກອງທຶນມີຄວາມເຂັ້ມແຂງ ແລະ ຍືນຍົງ ພ້ອມທັງຂະຫຍາຍກອງທຶນປະກັນສຸຂະພາບຢູ່ ນວ ຫັນງົບປະມານລາຍຈ່າຍສາທາລະນະສຸກຂອງທ້ອງຖີ່ນ ໃຫ້ຂຶ້ນກັບສາຍຕັ້ງ (ກະຊວງສາທາລະນະສຸກ) ໂດຍກົງ ພ້ອມທັງສະໜອງງົບປະມານໃຫ້ຂະແໜງສາທາລະນະສຸກ ທີ່ສະພາແຫ່ງຊາດຮັບຮອງໃຫ້ຄົບຖ້ວນ ແລະ ທັນເວລາ ສະເໜີເພີ່ມຈຳນວນໂຄຕາພະນັກງານໃນແຕ່ລະປີໃຫ້ຂະແໜງສາທາລະນະສຸກຕື່ມອີກ ຈາກນັ້ນ ສະມາຊິກສະພາແຫ່ງຊາດໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນສຳເລັດກອງປະຊຸມຂອງສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນ ນວ ຊຸດທີ 2 ທັງເປັນການພົບປະຖາມຂ່າວ ແລະ ຂໍ້ສະເໜີບັນຫາຕ່າງໆທີ່ຂະແໜງສາທາລະນະສຸກມີຄວາມສົນໃຈ ເພື່ອນຳເອົາໄປສະເໜີຄົ້ນຄວ້າພິຈາລະນາແກ້ໄຂ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!