ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 10 ກຸມພາ ປີ 2022 ວ່າ: ວັນທີ 9 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 3.312 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 450 ຄົນ (ຕິດເຊື້ອພາຍໃນ 443 ຄົນ ແລະ ນໍາເຂົ້າ 7 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 443 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ:

- ນະຄອນຫຼວງ 67 ຄົນ
- ຫົວພັນ 94 ຄົນ
- ອັດຕະປື 54 ຄົນ
- ຊຽງຂວາງ 36 ຄົນ
- ສະຫວັນນະເຂດ 32 ຄົນ
- ຫຼວງພະບາງ 27 ຄົນ
- ສາລະວັນ 27 ຄົນ
- ຜົ້ງສາລີ 21 ຄົນ
- ຄໍາມ່ວນ 19 ຄົນ
- ໄຊຍະບູລີ 19 ຄົນ
- ວຽງຈັນ 12 ຄົນ
- ບໍລິຄໍາໄຊ 10 ຄົນ
- ເຊກອງ 9 ຄົນ
- ໄຊສົມບູນ 8 ຄົນ
- ຈໍາປາສັກ 6 ຄົນ
- ອຸດົມໄຊ 5 ຄົນ
- ບໍ່ແກ້ວ 4 ຄົນ
- ຫຼວງນໍ້າທ່າ 3 ຄົນ.
ສໍາລັບການຕິດເຊື້ອນໍາເຂົ້າ ມີ 7 ຄົນ ທັງໝົດ ຈາກສະຫວັນນະເຂດ 5 ຄົນ ນະຄອນຫຼວງ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ ເຊິ່ງໄດ້ເຂົ້ຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢູ່ໃນ ສປປ ລາວ 138.007 ຄົນ ອອກໂຮງໝໍວານນີ້ 133 ຄົນ ກຳລັງປິ່ນປົວ 3.854 ຄົນ ແລະ ເສຍຊີວິດສະສົມທັງໝົດ 584 ຄົນ (ເສຍຊິວິດໃໝ່ 1 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ ແຂວງອຸດົມ.
.# ຂ່າວ & ພາບ : ວຽງມາ