ບ້ານນາໄຊນ້ອຍ ມີຄວາມພ້ອມເກືອບ 100% ກຽມຈັດງານເທສະການໝາກພ້າວ.

    ຊາວບ້ານນາໄຊນ້ອຍ ເມືອງສາລະວັນ ແຂວງສາລະວັນ ສຸມໃສ່ສ້າງຂະບວນການຢ່າງຟົດຟື້ນ ເພື່ອຫ້າງຫາກະກຽມໃຫ້ແກ່ການຈັດງານເທສະການໝາກພ້າວນາໄຊ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຄຶກຄື້ນ ໂດຍສະເພາະ ໄດ້ກໍານົດສະຖານທີ່ຈັດງານ ສະຖານທີ່ວາງສະແດງຜະລິດຕະພັນ ແລະ ສິນຄ້າຕ່າງໆ ອະນາໄມຕາມຂອບເຂດບ້ານ ຕັດຮອນງ່າໄມ້ຕາມແຄມເສັ້ນທາງ ສິ່ງກີດຂວາງຕ່າງໆ ແລະ ປັບ ປຸງຮ້ານຂາຍເຄື່ອງຕ່າງໆ ທັງຫຍັບຍ້າຍຮ້ານທີ່ໃກ້ເສັ້ນທາງ ເພື່ອເຮັດໃຫ້ມີຄວາມສວຍງາມ ແລະ ສະດວກ ຕິດພັນກັບການປະດັບເອ້ຢ້ອງ ພ້ອມນັ້ນ ກໍໄດ້ຕິດຕັ້ງດອກໄຟໂຊລາເຊວເຍືອງທາງສຳເລັດແລ້ວ 25 ດອກ ໂດຍການສະໜັບສະໜູນຈາກຫຼາຍພາກສ່ວນ.

    ທ່ານ ສົມຈິດ ສຸລິຍະເຕັນ ນາຍບ້ານນາໄຊນ້ອຍ ໃຫ້ສຳພາດວ່າ: ງານເທສະການດັ່ງກ່າວ ເປັນຄັ້ງທຳອິດທີ່ຈະໄດ້ຈັດຂຶ້ນ ທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນການສົ່ງເສີມ ເພີ່ມພູນການຜະລິດຂອງປະຊາຊົນ ກໍຄືຊາວບ້ານນາໄຊນ້ອຍ ອຳນາດການປົກຄອງບ້ານໄດ້ນຳພາ ສົມທົບກັບພໍ່ແມ່ປະຊາຊົນ ເລີ່ມສ້າງຂະບວນຢ່າງຮອບດ້ານ ເປັນຕົ້ນ: ການອະນາໄມ ການກະກຽມ ນັບແຕ່ກາງເດືອນມັງກອນ 2022 ຈົນເຖີງປັດຈຸບັນ ແລະ ຈະສືບຕໍ່ປະຕິບັດໄປຈົນກວ່າຈະສຳເລັດ 100% ເພື່ອເຮັດໃຫ້ງານດັ່ງກ່າວດໍາເນີນໄປດ້ວຍບັນຍາກາດເບິກບານມ່ວນຊື່ນ ແລະ ມີຜົນສຳເລັດຕາມຄາດໝາຍ ນອກນັ້ນ ອຳນາດການປົກຄອງບ້ານ ແລະ ປະຊາຊົນ ກໍໄດ້ສຸມຈິດສຸມໃຈສ້າງຂະບວນການດັ່ງກ່າວດ້ວຍຄວາມສະໜານສາມັກຄີ ຄວາມເປັນເອກະພາບກັນ ເປັນຕົ້ນ: ການອະນາໄມ ຈັດສັນສະຖານທີ່ ອຳນວຍຄວາມສະດວກ ແລະ ສິ່ງສຳຄັນ ໄດ້ຄົ້ນຄວ້າຄັດເອົາຜະລິດຕະພັນທີ່ຈະມາວາງສະແດງ ແຂ່ງຂັນ ແລະ ນຳສະເໜີພາຍໃນງານ ເຊັ່ນ: ໝາກພ້າວ ອາຫານພື້ນບ້ານ ບັ້ງເຂົ້າຫຼາມ ແລະ ອື່ນໆ ທັງໄດ້ມີການເຝິກຊ້ອມ ກະກຽມການແຂ່ງຂັນກິລາພື້ນບ້ານ ກໍຄືກິລາໝາກພ້າວໃນຮູບແບບຕ່າງໆ ເພື່ອສ້າງສີສັນໃນງານໃຫ້ມີຄວາມມ່ວນຊື່ນ ແລະ ສ່ອງແສງໃຫ້ເຫັນເຖີງຄຸນຄ່າມູນເຊື້ອວັດທະນະທຳອັນເກົ່າແກ່ມາຮອດປັດຈຸບັນ ມີຄວາມພ້ອມເກືອບ 100%.

    ສຳລັບການຈັດງານເທສະການໝາກພ້າວນາໄຊ ຈະໄດ້ຈັດຂຶ້ນໃນລະຫວ່າງກາງເດືອນມີນາ 2022 ຢູ່ທີ່ບ້ານນາໄຊນ້ອຍ ເມືອງ ແລະ ແຂວງສາລະວັນ ເປັນຄັ້ງທຳອິດ  ເພື່ອຊຸກຍູ້ສົ່ງເສີມ  ແລະ  ຍົກລະດັບໝາກພ້າວນາໄຊ ໃຫ້ນັບມື້ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແລະ ກາຍເປັນທ່າແຮງທີ່ສຳຄັນຂອງພໍ່ແມ່ປະຊາ ຊົນ ເປັນເສັ້ນທາງແຫ່ງການທ່ອງທ່ຽວລາວທ່ຽວລາວ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງບ້ານ ເມືອງ ເວົ້າລວມ ກໍຄືແຂວງສາລະວັນ ນັບມື້ມີການຂະຫຍາຍຕົວຢ່າງໝັ້ນຄົງ.

.# ຂ່າວ & ພາບ : ຊິລິການດາ

error: Content is protected !!