ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ໃຫ້ສຳພາດວັນທີ 12 ພຶດສະພາ 2020 ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 06/ນຍ ກໍຄືຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ພະແນກ ຮສສ ນວ ກໍເປັນພາກສ່ວນໜຶ່ງໃນໜ່ວຍສະເພາະກິດໃນການແກ້ໄຂ ແລະ ປ້ອງກັນພະຍາດ COVID-19 ແລະ ໄດ້ຕັ້ງໜ້າປະກອບສ່ວນໃນວຽກງານດັ່ງກ່າວເປັນຢ່າງດີ ເປັນຕົ້ນໄດ້ຕິດຕາມກວດກາ ຫົວໜ່ວຍແຮງງານທີ່ຂຶ້ນກັບ ນວ ໂດຍສົມທົບກັບຄະນະສະເພາະກິດຂັ້ນ ນວ ປຸກລະດົມຂົນຂວາຍຫົວໜ່ວຍແຮງງານ ໃນການປະຕິບັດນະໂຍບາຍຕໍ່ກຳມະກອນທີ່ເຮັດວຽກຢູ່ຫົວໜ່ວຍແຮງງານ ໂດຍສະເພາະປະຕິບັດຄຳສັ່ງເລກທີ 06 ພ້ອມນີ້ຍັງໄດ້ເອົາໃຈໃສ່ໃນການປ້ອງກັນ ໂດຍເດືອນເມສາ 2020 ໄດ້ປຸກລະດົມຫົວໜ່ວຍທຸລະກິດ ຊ່ວຍຈ່າຍເງິນເດືອນໃຫ້ກຳມະກອນ ແລະ ມາຮອດທ້າຍເດືອນດັ່ງກ່າວ ຫົວໜ່ວຍທຸລະກິດກໍໄດ້ມີການຜ່ອນຜັນປະຕິບັດຕາມຄຳສັ່ງເສກທີ 06 ກຳມະກອນໄດ້ພັກວຽກ ໃນໄລຍະນີ້ກຳມະກອນຈຳນວໜຶ່ງກໍໄດ້ກັບຄືນບ້ານຕົນເອງ ແລະ ຈຳນວນໜຶ່ງ ບໍລິສັດມີນະໂຍບາຍໃຫ້ສືບຕໍ່ເຮັດວຽກສ່ວນແຮງງານຜູ້ທີ່ພັກຢູ່ເຮືອນເຊົ່າ ກໍມີຄະນະສະເພາະກິດຂັ້ນບ້ານ ໃຫ້ການດູແລເບິ່ງແຍງຊ່ວຍເຫຼືອດ້ວຍການປຸກລະດົມໃຫ້ຫົວໜ່ວຍທຸລະກິດ ຊ່ວຍເຂົ້າສານ ແລະ ອາຫານໃຫ້ເຂົາເຈົ້າ.

ໂດຍລວມແລ້ວ ພະແນກ ຮສສ ນວ ໄດ້ປະຕິບັດໜ້າທີ່ລົງເກັບກຳຂໍ້ມູນແຮງງານ ຢູ່ຕາມຫົວໜ່ວຍທຸລະກິດ ແລະ ບ້ານທີ່ໄດ້ຜົນກະທົບ ນອກນີ້ຍັງໄດ້ຮ່ວມກັບພະແນກສາທາລະນະສຸກ ແລະ ປກສ ນວ ລົງຕິດຕາມແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສຳລັບແຮງງານທີ່ຢູ່ໃນ ນວ ເກັບກຳຂໍ້ມູນຈຳນວນແຮງງານທີ່ຕ້ອງການຢາກເຝິກອາຊີບ ແລະ ຢາກມີວຽກເຮັດງານທຳ ໄດ້ປະສານສົມທົບກັບຫົວໜ່ວຍທຸລະກິດ ເພື່ອກະກຽມສົ່ງເຂົາເຈົ້າເຂົ້າເຮັດວຽກຢູ່ຫົວໜ່ວຍທຸລະກິດ ຕໍ່ກັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ ກໍໄດ້ເກັບກຳຂໍ້ມູນເຮັດໜ້າທີ່ສຶກສາອົບຮົມ ອະທິບາຍໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບກົດໝາຍ ໂດຍສະເພາະກົດໝາຍແຮງງານ ຖາມຄວາມຕ້ອງການຂອງເຂົາເຈົ້າທີ່ຢາກເຝິກວິຊາຊີບ ຫຼືຕ້ອງການເຮັດວຽກຢູ່ໃນປະເທດ ໂດຍສະເພາະຢູ່ ນວ ເຊິ່ງມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຕ້ອງການແຮງງານເຂົ້າບັນຈຸ ເປັນຕົ້ນຫົວໜ່ວຍທຸລະກິດຂົງເຂດອຸດສາຫະກຳ ແລະ ການຄ້າ ຂົງເຂດບໍລິການ ສະເພາະບໍລິສັດໂຮຢາ ມີຄວາມຕ້ອງການແຮງງານ 4.000 ກວ່າຄົນ ນອກນີ້ຍັງໄດ້ປ້ອນຂໍ້ມູນໃຫ້ແຮງງານ ໄດ້ແຈ້ງຈຸດບໍລິການຈັດຫາງານຂອງພະແນກ ຮສສ ນວ ເບີໂທ 021 264498 ເຊິ່ງໄດ້ສ້າງອຳນວຍຄວາມສະດວກໃຫ້ຜູ້ອອກແຮງງານ ທີ່ຕ້ອງການມີວຽກເຮັດງານທຳ ແລະ ເຂົ້າເຝິກອົບຮົມວິຊາຊີບຕ່າງໆ ປັດຈຸບັນຫົວໜ່ວຍແຮງງານຈຳນວນໜຶ່ງໄດ້ເລີ່ມບໍລິການແລ້ວ ໂດຍສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນວ ໃນການຮັກສາໄລຍະຫ່າງ ປິດປາກ-ດັງ ລ້າງມື ແລະ ເປັນເຈົ້າການໃນການປ້ອງກັນສຸຂະພາບຂອງກຳມະກອນ ສະເພາະແຮງງານ ນວ ທີ່ກັບມາແຕ່ປະເທດເພື່ອນບ້ານ ມີ 2.454 ຄົນ ແຕ່ແຮງງານທີ່ໄປອອກແຮງງານຢູ່ຕ່າງປະເທດແບບຖືກຕ້ອງກົດໝາຍມີໜ້ອຍ.

# ຂ່າວ & ພາບ: ສົມສະຫວັນ