ຫຼັກສູດຂັ້ນ ປ4 ສະບັບປັບປຸງໃໝ່ ຈະຖືກນຳໃຊ້ໃນສົກຮຽນທີ່ຈະມາເຖິງ

    ກອງປະຊຸມຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດ ຂັ້ນ ປ4 (CACIM) ເພື່ອກວດຜ່ານ ແລະ ຮັບຮອງເອົາປຶ້ມແບບຮຽນ ປຶ້ມຄູ່ມືຄູ ແລະ ສື່ການຮຽນການສອນສຳລັບຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ4 ຈັດຂຶ້ນລະຫວ່າງວັນທີ 7-8 ກຸມພາ 2022 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍເປັນປະທານຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ທ່ານນາງ ອານ່າ ໄດສັນ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.

    ທ່ານ ປອ ອ່ອນແກ້ວ ໄດ້ກ່າວວ່າ: “ຈຸດປະສົງຂອງກອງປະຊຸມຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດ (CACIM) ນີ້ ແມ່ນເພື່ອກວດຜ່ານ ແລະ ຮັບຮອງເອົາປຶ້ມແບບຮຽນ ປຶ້ມຄູ່ມືຄູ ແລະ ສື່ການຮຽນການສອນສຳລັບຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ4 ພ້ອມທັງແຈກຢາຍໃຫ້ກັບໂຮງຮຽນຊັ້ນປະຖົມສຶກສາທົ່ວປະເທດ ໃນສົກຮຽນ 2022-2023.

    ທ່ານນາງ ອານ່າ ໄດສັນ ໄດ້ກ່າວວ່າ: “ ລັດຖະບານອົດສະຕຣາລີ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໃນການພັດທະນາຫຼັກສູດສະບັບປັບປຸງໃໝ່ ” ແລະ ເຊື່ອວ່າທຸກຄົນຮູ້ສຶກຕື່ນເຕັ້ນດີໃຈທີ່ຈະໄດ້ເຫັນເດັກນ້ອຍລາວທຸກຄົນໃນອີກຂັ້ນຮຽນໜຶ່່ງ ໄດ້ຮັບສື່ການຮຽນ-ການສອນໃໝ່ ສຳລັບຫຼັກສູດຊັ້ນປະຖົມສຶກສາໃໝ່ນີ້ ເພື່ອມາຕອບສະໜອງການປ່ຽນແປງຂອງສະຕະວັດທີ 21 ພ້ອມທັງປັບປຸງຜົນການຮຽນຂອງນັກຮຽນລາວໃຫ້ສາມາດແຂ່ງຂັນກັບພາກພື້ນອາຊຽນໄດ້ (ASEAN) ”

    ໃນລະຫວ່າງກອງປະຊຸມ 2 ວັນນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ເພື່ອກວດຜ່ານວິຊາພາສາອັງກິດ ວິທະຍາສາດ ແລະ ສິ່ງແວດລ້ອມ ຄຸນສົມບັດສຶກສາ ພະລະສຶກສາ ສິລະປະດົນຕີ ສິລະປະກໍາ ແລະ ຫັດຖະກຳ ແລະ ສັງຄົມສຶກສາ ພ້ອມດຽວກັນ ໃນວັນທີ 21 ກຸມພາ 2022 ຈະມາເຖິງ ຈະໄດ້ກວດຜ່ານ ແລະ ຮັບຮອງເອົາ ເຊິ່ງການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ເລີ່ມແຕ່ເດືອນກັນຍາ 2019 ສຳລັບຂັ້ນ ປ1 ແລະ ໄດ້ສືບຕໍ່ພັດທະນາໄປແຕ່ລະຂັ້ນໃນທຸກໆປີ ຈົນມາເຖິງຂັ້ນ ປ4 ໃນສົກຮຽນນິ້ 

    ອີງຕາມການເຫັນດີຈາກຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດຊັ້ນປະຖົມສຶກສາ ການຈັດພິມ ແລະ ແຈກຢາຍສື່ການຮຽນການສອນໃຫ້ກັບທຸກໆໂຮງຮຽນຊັ້ນປະຖົມສຶກສາໃນທົ່ວປະເທດ ໂດຍກະຊວງ ສສກ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໃນການຈັດພິມ ແລະ ແຈກຢາກປຶ້ມແບບຮຽນ ຈຳນວນ 546.000 ຫົວ ປຶ້ມຄູ່ມືຄູຈໍານວນ 42.600 ຫົວ ປະກອບມີ ວິຊາພາສາລາວ ພາສາອັງກິດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ລວມທັງຊຸດອຸປະກອນຊ່ວຍເຫຼືອຄູ ຈຳນວນ 14.000 ຫົວ ແລະ ຟາຍຂໍ້ມູນເອກະສານທີ່ບັນຈຸໃນ USBs ແຜ່ນພັບ ແມ່ເຫຼັກ ແລະ ໂປສະເຕີ ແລະ ໃນເດືອນກັນຍາ 2022 ນັກຮຽນ ແລະ ຄູສອນທຸກຄົນຂອງຊັ້ນປະຖົມສຶກສາຂັ້ນ ປ4 ຈະໄດ້ເລີ່ມນຳໃຊ້ຊຸດອຸປະກອນການສຶກສາສະບັບປັບປຸງໃໝ່. 

# ຂ່າວ – ພາບ : ບຸນມີ

error: Content is protected !!