ວັນທີ 6 ກຸມພາ 2022 ຜ່ານມາ 9 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ຂຶ້ນຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນ ຫົງສາ ເປັນປະທານສະຫາຍ ພົມມາ ພົມມະຫານ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງເມືອງ ມີກໍາມະການພັກເມືອງ ຄະນະທິມງານຂອງເມືອງທີ່ຊີ້ນຳແຕ່ລະໜ່ວຍ ຄະນະໜ່ວຍພັກ ສະມາຊິກພັກ ພະນັກງານ-ຄູອາຈານ ເຂົ້າຮ່ວມ.

ໃນພິທີ ສະຫາຍເລຂາໜ່ວຍພັກແຕ່ລະໜ່ວຍໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ ແລະ ແຜນການປະຈຳປີ 2022 ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະໜື່ງປີຜ່ານມາ ເຊິ່ງ 9 ໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ສະມາຊິກພັກ ພະນັກງານພາຍໃນໜ່ວຍພັກ ເປັນວຽກຕົ້ນຕໍ ໄດ້ນຳເອົາແນວທາງນະໂຍບາຍ ມະຕິ ຄຳສັ່ງ ຂໍ້ກຳນົດ ກົດລະບຽບຂອງພັກ ດຳລັດ ແລະ ນິຕິກຳຕ່າງໆຂອງພັກ ມາເຊື່ອມຊຶມໃຫ້ສະມາຊິກພັກ ພະນັກງານ ໃນຄວາມຮັບຜິດຊອບຂອງຕົນຢ່າງຕໍ່ເນື່ອງ ເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກກົດໝາຍຂອງລັດ ມີທັດສະນະຫຼັກໝັ້ນ ຄຸນທາດການເມືອງໜັກແໜ້ນ ເຊີດຊູນໍ້າໃຈຮັກຊາດ ຮັກລະບອບປະຊາທິປະໄຕ ປະຊາຊົນ ຍົກສູງສະຕິລະວັງຕົວ ຄະນະພັກ ສະມາຊິກພັກ ມີຄວາມເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ມີຄວາມເຂົ້າໃຈຕໍ່ແນວທາງການປ່ຽນແປງ ໃໝ່ຂອງພັກ ຈໍາແນກໄດ້ມິດ-ສັດຕູ ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນ.

ຜ່ານການປະເມີນຕີລາຄາແບ່ງປະເພດຕາມ 5 ດ້ານ: ທັງ 9 ໜ່ວຍພັກໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດຂອງສະມາຊິກພັກທັງໝົດ 233 ສະຫາຍ ຍິງ 106 ສະຫາຍສົມບູນ 223 ສະຫາຍ ຍິງ 101 ສະຫາຍ ສໍາຮອງ 10 ສະຫາຍ ຍິງ 5 ສະຫາຍ ສະມາຊິກພັກແຂງ 231 ສະຫາຍ ຍິງ 106 ສະຫາຍ ກວມເອົາ 99,14 % ສະມາຊິກພັກກາງ 1 ສະຫາຍ ກວມເອົາ 0,86 % ບໍ່ໄດ້ແບ່ງ 5 ສະຫາຍ ຍິງ 2 ສະຫາຍ ກວມເອົາ 2,14 % ພະນັກງານ-ລັດຖະກອນທັງໝົດ 249 ທ່ານ ຍິງ 122 ທ່ານ ໄດ້ປະເພດແຂງ 247 ທ່ານ ຍິງ 122 ທ່ານ ເທົ່າກັບ 99,19 % ໄດ້ປະເພດກາງ 2 ທ່ານ ເທົ່າກັບ 0,81 %.
ໃນຕອນທ້າຍກອງປະຊຸມ ຄະນະປະທານທີ່ຊີ້ນຳແຕ່ລະໜ່ວຍພັກ ໄດ້ໃຫ້ກຽດໂອ້ລົມ ຊີ້ນຳ ແລະ ເນັ້ນໜັກບັນດາໜ້າວຽກຕ່າງໆໃຫ້ບັນດາໜ່ວຍພັກສືບຕໍ່ນຳພາ -ຊີ້ນໍາໃຫ້ໄດ້ຮັບຜົນສໍາເລັດ ບັນລຸຕາມຄາດໝາຍທີ່ວາງໄວ້.