ທະວີຊັບ ເອັກເພຣດສ໌ ເປີດໃຫ້ບໍລິການຂົນສົ່ງດ່ວນຂ້າມປະເທດ

    ບໍລິສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ຫຼື ຊື່ຫຍໍ້ພາສາອັງກິດ (THAVIXPRESS) ນັບວ່າເປັນທຸລະກິດຂົນສົ່ງດ່ວນນ້ອງໃໝ່ທີ່ຫາກໍເປີດໃຫ້ບໍລິການຢ່າງເປັນທາງການ ວັນທີ 4 ກຸມພາ 2022 ເຊິ່ງຜູ້ບໍລິຫານຂອງບໍລິສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ເປີດເຜີຍວ່າ: ເຫດຜົນທີ່ເປີດບໍລິສັດຂົນສົ່ງ ຍ້ອນເຫັນວ່າ ສັງເກດເຫັນໂອກາດທາງທຸລະກິດ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ເປັນໂອກາດໃຫ້ການຂົນສົ່ງສິນຄ້າມີການຂະຫຍາຍຕົວຫຼາຍຂຶ້ນ ຍ້ອນປະຊາຊົນບໍ່ສາມາດເດີນທາງໄປມາຫາສູ່ກັນໄດ້ ທັງເປັນຊ່ອງທາງໜຶ່ງໃນການຊ່ວຍກະຈາຍສິນຄ້າໄປໃນທົ່ວປະເທດ ທັງເປັນການຊ່ວຍສົ່ງເສີມສິນຄ້າຂອງລາວໄປຍັງປະເທດເພື່ອນບ້ານຫຼາຍຂຶ້ນ ໂດຍສະເພາະ ແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ-ໄທ-ລາວ ລາວ-ຫວຽດ-ລາວ ລາວ-ຈີນ-ລາວ ພ້ອມນັ້ນ ມີແຜນຈະເປີດຕົວແທນບໍລິການເພື່ອໃຫ້ຄວບຄຸມຢູ່ແຕ່ລະແຂວງ ເມືອງ ແລະ ເຂດຈຸດສຸມບ້ານໃຫຍ່ໃນທົ່ວປະເທດ ຄຽງຄູ່ກັນນັ້ນ ບໍລິສັດຂົນສົ່ງດັ່ງກ່າວມີເປົ້າໝາຍຫຼັກເພື່ອພັດທະນາບໍລິສັດໃຫ້ເປັນຫຼາຍກວ່າການຂົນສົ່ງ ທີ່ເປັນຜູ້ຢູ່ເບື້ອງຫຼັງ ແລະ ເພື່ອສະໜັບສະໜູນບັນດາຜູ້ປະກອບການ SME ໃຫ້ສາມາດຂະຫຍາຍຕະຫຼາດໃຫ້ໄດ້ຫຼາຍຂຶ້ນ ງ່າຍຂຶ້ນ ແລະ ສະດວກຂຶ້ນ ພາຍໃຕ້ຄຳຂວັນທີ່ວ່າ: “ ບໍລິການດ້ວຍໃຈ ວ່ອງໄວຢ່າງເສືອ ”.

    ບໍລິສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ມີສໍານັກງານໃຫຍ່ ຕັ້ງຢູ່ຖະໜົນອາຊຽນ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນ ແລະ ໃຊ້ບໍລິການໄດ້ທີ່ເບີ 020-88544168 ຫຼື Facebook page: ທະວີຊັບ ເອັກເພຣດສ໌  Thavi Xpress.

    . # ຂ່າວ – ພາບ :  ຂັນທະວີ

error: Content is protected !!