
ທັບນັກກີລາຊັອບເທັນນິດທີມຊາດລາວ 5 ຄົນ ເຂົ້າຮ່ວມຊີງໄຊ 3 ລາຍການ ປະເພດດ່ຽວ ທີມຄູ່ ແລະ ທີມຊຸດຊາຍ ໃນການແຂ່ງຂັນກີລາຊັອບເທັນນິດຊີງແຊັມໂລກ 2020 ຫຼື “The King’s Cup World Tour Master 2020 International Soft Tennis Championships” ທີ່ແຂວງຊົນບູລີ ປະເທດໄທ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 95 ມີນາ 2020.
ທ່ານ ບຸນທະມາລີ ຫຼວງໂຄດ ຮອງປະທານ ແລະ ເລຂາທິການສະຫະພັນຊັອບເທັນນິດແຫ່ງຊາດລາວ ທັງເປັນຜູ້ຈັດການກີລາຊັອບເທັນນິດທີມຊາດລາວ ແຈ້ງໃຫ້ຊາບວ່າ: ສະຫະພັນຊັອບເທັນນິດແຫ່ງຊາດລາວ ເຫັນໄດ້ໃນຄວາມສຳຄັນໃນການພັດທະນາວົງການກີລາຊັອບເທັນນິດລາວ ຢູ່ສະເໝີ ສະນັ້ນ ຈຶ່ງສືບຕໍ່ສົ່ງເສີມການພັດທະນາໄປເລື້ອຍໆ ເພື່ອຢາກເຫັນນັກກີລາລາວ ສ້າງຜົນງານເໜືອຄວາມຄາດໝາຍ ທີ່ພວກເຮົາໄດ້ສ້າງຜົນງານຄັ້ງປະຫວັດສາດ ຄວ້າຫຼຽນທອງ ໃນງານມະຫະກຳກີລາຊີເກມ ທີ່ປະເທດຟີລິບປິນ ເມື່ອທ້າຍປີ 2019 ຜ່ານມາ ດັ່ງນັ້ນ ຈຶ່ງໄດ້ສົ່ງນັກກີລາຊັອບເທັນນິດຊາຍ ຈຳນວນ 5 ຄົນ ປະກອບມີ ອານັນດາ ຄຳພູມີ ອານັນດອນ ຄຳພູມີ ສົມຊາຍ ວັນນະສັກ ໂຕບີ້ ບຸນສະອາດ ແລະ ປະລິນຍາ ອິນທະລັງສີ ສ່ວນຄະນະນຳ ມີທ່ານ ບຸນທະມາລີ ຫຼວງໂຄດ ຜູ້ຈັດການ ແລະ ທ່ານ ພູແກ້ວ ພັນນະລັດ ຫົວໜ້າຄູເຝິກເຂົ້າຮ່ວມແຂ່ງຂັນ ເພື່ອຍາດເອົາປະສົບການທີ່ດີ ນຳມາພັດທະນາ ເພື່ອຮັບປະກັນໄດ້ໃນການສ້າງຜົນງານໃຫ້ປະເທດຊາດໃນຕໍ່ໜ້າ ແນວໃດກໍດີ ໜ້າເສຍດາຍ ບໍ່ໄດ້ສົ່ງນັກກີລາຍິງເຂົ້າຮ່ວມແຂ່ງຂັນ ຍ້ອນວ່າງົບປະມານບໍ່ພຽງພໍ ຈຶ່ງສົ່ງພຽງນັກກີລາຊາຍ ແລະ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ບອນທູບີ.
ເຖິງວ່າໄລຍະນີ້ ການແຜ່ລະບາດພະຍາດໂຄວິດ-19 ຈະມາແຮງກໍຕາມ ການແຂ່ງຂັນກີລາຊັອບເທັນນິດ ຊີງແຊັມໂລກ 2020 ທີ່ແຂວງຊົນບູລີ ແມ່ນຢູ່ບ່ອນໂລ່ງແຈ້ງ ແລະ ເປັນຈຸດປອດພະຍາດດັ່ງກ່າວ ແຕ່ກໍບໍ່ໄດ້ປະໝາດ ໄດ້ໂອ້ລົມນັກກີລາສະເໝີໃຫ້ເຂົາເຈົ້າບໍ່ໄປຢູ່ຈຸດຊຸມຊົນຫຼາຍ ແລະ ເວລາຂຶ້ນ-ລົງຍົນ ກໍໃຫ້ພະຍາຍາມປ້ອງກັນດ້ວຍການອັດປາກເປັນຫຼັກ ຫຼັງຈາກສິ້ນສຸດການແຂ່ງຂັນໃນຄັ້ງນີ້ ທາງສະຫະພັນຊັອບເທັນນິດພວກເຮົາ ຍັງຈະສືບຕໍ່ນຳເອົາບົດຮຽນທີ່ເຂົ້າຮ່ວມໃຫ້ຄູເຝິກ ໄດ້ຖອດຖອນບົດຮຽນໃຫ້ແກ່ນັກກີລາ ຈຸດໃດທີ່ຍັງເປັນຂໍ້ຄົງຂ້າງ ກໍຈະແກ້ໄຂ້ຈຸດນັ້ນ ເພື່ອກຽມຄວາມຮ່ວມສ້າງຜົນງານໃນການແຂ່ງຂັນລາຍການຕໍ່ໄປຕື່ມອີກ.
ການແຂ່ງຂັນດັ່ງກ່າວ ມີນັກກີລາຈາກ 4 ຊາດ ເຂົ້າຮ່ວມແຂ່ງຂັນ ປະກອບມີ ເຈົ້າພາບ ໄທ ມາເລເຊຍ ອິນໂດເນເຊຍ ແລະ ສປປ ລາວ ໃນນັ້ນ ມີການຊີງໄຊກັນທັງໝົດ 6 ລາຍການ ຄື ປະເພດດ່ຽວຍິງ-ຊາຍ ທີມຄູ່ຍິງ-ຊາຍ ແລະ ທີມຊຸດຍິງ-ຊາຍ ແຕ່ສະເພາະລາວ ສົ່ງພຽງ 3 ລາຍການ ກໍຄື ດ່ຽວ ທີມຄູ່ ແລະ ທີມຊຸດ ປະເພດຊາຍເທົ່ານັ້ນ.