ປີຜ່ານມາ ພະແນກ ຍທຂ ນວ ມີຜົນງານຫຼາຍດ້ານ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຈັດຂຶ້ນວັນທີ 9 ກຸມພາ 2022 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຮອງພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ຫ້ອງການ ຍທຂ ເມືອງ ແລະ ຂະແໜງການກ່ຽວຂ້ອງ.

    ທ່ານ ສຸລິວັນ ພົມມະຫາໄຊ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະຜ່ານມາບາງຕອນວ່າ: ໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ຂໍ້ຕົກລົງຕ່າໆທີ່ກ່ຽວຂ້ອງ ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ ເຊັ່ນ ໂຄງການປັບປຸງຂະຫຍາຍຜັງເມືອງ ນວ ສະບັບທີ III ແຕ່ນີ້ຮອດປີ 2030 ປະຕິບັດໄດ້ 95% ການຈັດສັນຄວາມບໍ່ເປັນລະບຽບຮຽນຮ້ອຍ ມ້າງເທີບເງີບ ກອງຫີນ ກອງຊາຍ ຮົ້ວອ້ອມບ່ອນກໍ່ສ້າງ ການຂາຍເຄື່ອງຕາມແຄມທາງ ການຖົມດິນ ຮື້ ແລະ ຕັດປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບ ປະຕິບັດໄດ້ 30% ອະນຸຍາດການປຸກສ້າງອາຄານປະເພດທີ່ຢູ່ອາໄສ ອານຄານບໍລິການທົ່ວໄປ ສຳນັກງານຫ້ອງການ ໂຮງຮຽນໄດ້ 281 ຫຼັງ ແກ້ໄຂການຮ້ອງຟ້ອງຜູ້ປຸກສ້າງທີ່ສ້າງຜົນກະທົບຕໍ່ຜູ້ຢູ່ໃກ້ຄຽງ 146 ກໍລະນີ ປະຕິບັດໂຄງການສຶກສາຄວາມເປັນໄປໄດ້ຕົວເມືອງອັດສະລິຍະ ຈັດຕັ້ງປະຕິບັດຄວາມອາດສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ຮ່ວມກັບອົງການໄຈກາ ປະຕິບັດໄດ້ 85% ຟື້ນຟູສ້ອມແປງເສັ້ນທາງເກົ່າທີ່ເປ່ເພ ໄດ້ 14 ເສັ້ນ ປະຕິບັດໄດ້ 143,9% ຍົກລະດັບກໍ່ສ້າງໃໝ່ 5 ເສັ້ນ ປະຕິບັດໄດ້ 96,3% ສ້ອມແປງເສັ້ນທາງດ້ວຍການຕາບຂຸມໄດ້ 2.601 ແມັດກ້ອນ ສ້ອມແປງເສັ້ນທາງຫຼວງແຫ່ງຊາດໃນຂອບເຂດ ນວ 4 ເສັ້ນຄື ເສັ້ນທາງເລກທີ 13 ເໜືອ 13 ໃຕ້ເລກ 10 ແລະ ເສັ້ນທາງເລກທີ 11 ເໜືອ ປະຕິບັດໄດ້ 95% ດຳເນີນການຈັດຕັ້ງປະຕິບັດໂຄງການຂົນສົ່ງມວນຊົນ ປະຕິບັດໄດ້ 36,6% ສຳເລັດການຂຶ້ນທະບຽນລົດ 34.564 ຄັນ ກວດກາເຕັກນິກລົດໄດ້ 61.940 ຄົນ ແລະ ອື່ນໆ ໂອກາດນີ້ ກອງປະຊຸມກໍໄດ້ຮັບຟັງການໂອ້ລົມຂອງທ່ານເຈົ້າຄອງ ນວ ອີກດ້ວຍ.

.

                                . # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!