ກອງປະຊຸມສະຫຼຸບວຽກງານປະຈໍາປີ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່

    ກອງປະຊຸມສະຫຼຸບວຽກງານປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 9 ກຸມພາ 2022 ທີ່ວັດບ້ານນາໂງ່ມເກົ່າ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົຈວ ສີພອນ ຈັນສົມຫວັງ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະປະຈໍາພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງໄຊທານີ ຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ພະແນກການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ 24 ບ້ານເຂົ້າຮ່ວມ.

    ທ່ານນາງ ດໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ໄດ້ຜ່ານບົດສະຫຼຸບວຽກງານປະຈໍາປີ 2021 ແລະ ທິດທາງປີ 2022 ຂອງເມືອງໃໝ່ວ່າ:ໃນໄລຍະໜຶ່ງປີຜ່ານມາ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ນະຄອນຫຼວງວຽງຈັນ ໄດ້ສໍາເລັດການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ພົ້ນເດັ່ນ ໄດ້ສໍາເລັດການເຜີຍແຜ່ທິດທາງ ແລະ ແນວຄວາມຄິດກ່ຽວກັບການສ້າງຕັ້ງເມືອງໃໝ່ໃຫ້ອົງການປົກຄອງບ້ານໃນ 5 ກຸ່ມ ຂອງເມືອງໄຊທານີ ປະກອບມີ 24 ບ້ານເປົ້າໝາຍ ມີປະຊາຊົນທັງໝົດ 1.765 ຄົນ ຍິງ 720 ຄົນ ສໍາເລັດການສໍາຫຼວດພົນລະເມືອງຄືນໃໝ່ໃນ 24 ບ້ານ ທີ່ນອນຢູ່ໃນເມືອງໃໝ່ ປັດຈຸບັນ ມີພົນລະເມືອງທັງໝົດ 35.224 ຄົນ ຍິງ 17.176 ຄົນ ສໍາເລັດການຄົ້ນຄວ້າ ແລກປ່ຽນຄໍາຄິດເຫັນກ່ຽວກັບການຕັ້ງຊື່ເມືອງໃໝ່ ເຊິ່ງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນຊີ້ນໍາເອົາເມືອງລ້ານຊ້າງ ເປັນຊື່ຂອງເມືອງໃໝ່ ສໍາເລັດການສໍາຫຼວດ ແລະ ກໍານົດຂອບເຂດທີ່ຕັ້ງສໍານັກງານອົງການຂອງລັດ ເຊິ່ງໄດ້ກໍານົດເອົາຈຸດຕອນດິນເຂດໂນນດົງວັງຫີນ ບ້ານນາໂງມເກົ່າ ເນື້ອທີ່ 11,28 ເຮັກຕາ ເພື່ອປຸກສ້າງຫ້ອງການປົກຄອງເມືອງໃໝ່ ແຕ່ດິນຕອນດັ່ງກ່າວ ບາງບ່ອນກວ້າງ ບາງບ່ອນແຄບ ຈຶ່ງໄດ້ສໍາຫຼວດຕອນດິນຂອງປະຊາຊົນໃກ້ຄຽງຕື່ມ 5,35 ເຮັກຕາ ສະນັ້ນ ຈຸດຕອນດິນດັ່ງກ່າວ ຈະມີເນື້ອທີ່ 16,63 ເຮັກຕາ ກໍານົດຈຸດຕອນດິນຢູ່ຂ້າງອ່າງເຂື່ອນຫ້ວຍກອກ ບ້ານນາໂງ່ມເກົ່າ 95,91 ເຮັກຕາ ເປັນທີ່ຕັ້ງກອງບັນຊາການທະຫານເມືອງ ສໍາເລັດການຖາງແລວປັກຫຼັກໝາຍໄດ້ 33 ຫຼັກ ຕາມລວງຮອບຂອງດິນ ໄດ້ກໍານົດເອົາໃນຈຸດຕອນດິນຂອງຫ້ອງວ່າການປົກຄອງເມືອງ ໂດຍແບ່ງອອກ 2 ເຮັກຕາເປັນຈຸດສ້າງຕັ້ງກອງບັນຊາການປ້ອງກັນຄວາມສະຫງົບເມືອງ ສ່ວນຄ້າຍຂຸມຂັງຂອງເມືອງໃໝ່ ໄດ້ກໍານົດເອົາຢູ່ຈຸດຕອນດິນດົງສະຫງວນລວມຂອງບ້ານນາຕານ 10 ເຮັກຕາ ນອກນັ້ນ ໄດ້ສໍາເລັດການເກັບກໍາຂໍ້ມູນຕອນດິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບເບື້ອງຕົ້ນໃນ 3 ຈຸດ ຄຽງຄູ່ກັນນັ້ນ ໄດ້ສົມທັບກັບບັນດາພະແນກການ ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດບາງວຽກງານທີ່ສໍາຄັນ ເພື່ອເຮັກໃຫ້ວຽກງານມີການເຄື່ອນໄຫວຢ່າງຕໍ່ເນື່ອງ.  ສໍາລັບທິດທາງແຜນການໃນຕໍ່ໜ້າ    ໃສ່ປະຕິບັດແຜນພັດທະນາເຂດຈຸດສຸມເມືອງໃໝ່ໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ການປົກຄອງ ມີຄວາມເຂັ້ມແຂງທາງດ້ານວຽກງານ ປກສ-ປກຊ ຈັດຕັ້ງປະຕິບັດວຽກງານຈຸດສຸມໃນປີ 2022 ໃຫ້ມີຜົນສໍາເລັດ ເປັນຕົ້ນ ບົດວິພາກ ແຜນຜັງເມືອງໃໝ່ ແຜນທີ່ເມືອງ ແລະ ເອກະສານຂໍ້ມູນຕ່າງໆ ເພື່ອນໍາສະເໜີການນໍາສະພາປະຊາຊົນນະຄອນຫຼວງວຽງຈັນຮັບຮອງ ແລະ ສະເໜີຫາລັດຖະບານພິຈາລະນາຮັບຮອງເອົາຕາມລະບຽບການ ສຸມໃສ່ບຸກທະລຸໂຄງການກໍ່ສ້າງພື້ນຖານໂຄງລ່າງ ສູ້ຊົນຈັດຕັ້ງກຸ່ມການຜະລິດ ເພື່ອຜະລິດພືດຜັກອິນຊີເປັນສິນຄ້າສົ່ງອອກຢູ່ພາຍໃນ ແລະ ຕ່າງປະເທດ ເປັນການສົ່ງເສີມໃຫ້ປະຊາຊົນມີອາຊີບ ແລະ ມີລາຍຮັບໃຫ້ແກ່ຄອບຄົວ..

                                   . # ຂ່າວ – ພາບ :  ຂັນທະວີ

error: Content is protected !!