ສ້າງຄວາມເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ

    ກອງປະຊຸມຄະນະຊີ້ນຳໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II ປີ 2021-2026 (LLPS II) ຈັດຂຶ້ນວັນທີ 8 ກຸມພາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີທ່ານ Sam Schreiner ອຸປະທູດລຸກຊຳບວກ ປະຈຳ ສປປ ລາວ ພ້ອມຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    ໂຄງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ລາຊະອານາຈັກ ລຸກຊໍາບວກ ໄລຍະ II ແມ່ນໂຄງການຊ່ວຍເຫຼືອລ້າດ້ານວິຊາການ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ກໍຄືລະບົບສະຖິຕິແຫ່ງຊາດ ໃນການຜະລິດສະຖິຕິ ແລະ ຕົວຊີ້ບອກ ໃຫ້ໄປຕາມມາດຖານສາກົນ ໃນການປະເມີນເປົ້າໝາຍການພັດທະນາແບບຍືນຍົງປີ 2030 ໂຄງການຮ່ວມມືດ້ານສະຖິຕິນີ້ ແມ່ນເປັນໂຄງການສືບຕໍ່ຈາກໄລຍະ I ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2017-2020 ໂດຍຕາງໜ້າຈາກລັດຖະບານຝ່າຍລາວແມ່ນສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຈາກຝ່າຍລັດຖະບານລຸກຊໍາບວກ ແມ່ນສະຖາບັນຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງປະຕິບັດໂຄງການ.

.

                                 . # ຂ່າວ – ພາບ :  ຊິລິການດາ

error: Content is protected !!